• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນວຽກງານຕ້ອນຮັບການນຳບັນດາພື້ນຖານເສດຖະກິດ APEC ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017

      ທ່ານປະທານປະເທດ ສະເໜີວ່າ ອະນຸກຳມະການປ້ອງກັນຄວາມໝສະຫງົບ - ສາທາລະນະສຸກ ແລະ ບັນດາກຳລັງກ່ຽວຂ້ອງສືບຕໍ່ປະຕິບັດສຳເລັດບັນດາແຜນການ, ວິທີການປົກປ້ອງສັບປະດາຂັ້ນສູງ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄປກວດກາການກະກຽມໃຫ້ APEC 2017 ຢູ່ ດ່ານັ້ງ
      ຕອນບ່າຍວັນທີ 28 ຕຸລາ, ພາຍຫຼັງໄປຮອດນະຄອນ ດ່ານັ້ງ ເພື່ອກະກຽມໃຫ້ແກ່ວຽກງານກວດກາກະກຽມຄັ້ງສຸດທ້າຍໃຫ້ແກ່ສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານພິທີການ, ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ໃນການຕ້ອນຮັບບັນດາການນຳຂອງພື້ນຖານເສດຖະກິດ APEC ຢູ່ສະໜາມບິນສາກົນ ດ່ານັ້ງ. ນະທີ່ນີ້,  ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວຽກງານພິທີການ, ການປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ສັບປະດາຂັ້ນສູງມີຄວາມໝາຍສຳຄັນພິເສດ. ທ່ານປະທານປະເທດ ສະເໜີວ່າ ອະນຸກຳມະການປ້ອງກັນຄວາມໝສະຫງົບ - ສາທາລະນະສຸກ ແລະ ບັນດາກຳລັງກ່ຽວຂ້ອງສືບຕໍ່ປະຕິບັດສຳເລັດບັນດາແຜນການ, ວິທີການປົກປ້ອງສັບປະດາຂັ້ນສູງ, ກະກຽມທຸກໆວິທີການແກ້ໄຂກໍລະນີເກີດຂຶ້ນ, ຮັບປະກັນຄວາມສະຫງົບປອດໄພໃຫ້ດີທີ່ສຸດແກ່ສັບປະດາຂັ້ນສູງ APEC 2017.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ຢືນຢັນວ່າ ເລື່ອງຍົກລະດັບພື້ນຖານໂຄງລ່າງສະໜາມບິນສາກົນ ດ່ານັ້ງ ໃຫ້ສວຍງາມ, ທັນສະໄໝ, ເຄື່ອນໄຫວພ້ອມກັບຕຶກອາຄານຜູ້ໂດຍສານສາກົນໃໝ່ຈະສ້າງໃຫ້ມີການເຄື່ອນໄຫວຢ່າງຄົບຊຸດ ແລະ ເປັນປົກກະຕິໃນສັບປະດາຂັ້ນສູງ APEC.
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top