• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຊີວິດສັງຄົມດ້ານເຮືອນຢູ່ໃຫ້ແກ່ປະຊາຊົນ ຫວຽດນາມ ໝົດທຸກຄົນ

ໃນປີ 2023 – 2024, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຮ່າງກົດໝາຍຫຼາຍສະບັບສຳຄັນກ່ຽວຂ້ອງໂດຍກົງເຖິງການຄຸ້ມຄອງຕະຫຼາດອະສັງຫາລິມະຊັບ ແລະ ການພັດທະນາເຮືອນຢູ່ສັງຄົມ.
(ທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15) (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 28 ຕຸລາ, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບົດລາຍງານຂອງຄະນະຕິດຕາມກວດກາ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະການປະຕິບັດນະໂຍບາຍກົດໝາຍວ່າດ້ວຍຄຸ້ມຄອງຕະຫຼາດອະສັງຫາລິມະຊັບ ແລະ ພັດທະນາເຮືອນຢູ່ສັງຄົມແຕ່ປີ 2015 ຮອດທ້າຍປີ 2023.

ຕາມທ່ານ ຫວູຮົ່ງແທັງ, ຫົວໜ້າກຳມາທິການເສດຖະກິດສະພາແຫ່ງຊາດ ແລ້ວ, ໃນປີ 2023 – 2024, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຮ່າງກົດໝາຍຫຼາຍສະບັບສຳຄັນກ່ຽວຂ້ອງໂດຍກົງເຖິງການຄຸ້ມຄອງຕະຫຼາດອະສັງຫາລິມະຊັບ ແລະ ການພັດທະນາເຮືອນຢູ່ສັງຄົມ.

ເພື່ອປະຕິບັດເປົ້າໝາຍກໍ່ສ້າງເຮືອນຢູ່ສັງຄົມໄດ້ຢ່າງໜ້ອຍສຸດ 1 ຫ້ອງເຮືອນ ໃຫ້ແກ່ເປົ້າໝາຍຜູ້ມີລາຍຮັບຕ່ຳ, ກຳມະກອນເຂດອຸດສາຫະກຳໄລຍະ 2021 – 2030, ຄືດັ່ງຮ່າງມະຕິວ່າດ້ວຍສືບຕໍ່ຍົກສູງປະສິດທິພາບ, ປະສິດທິຜົນການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງຕະຫຼາດອະສັງຫາລິມະຊັບ ແລະ ການພັດທະນາເຮືອນຢູ່ສັງຄົມທີ່ໄດ້ວາງອອກ, ທ່ານ ມາຍວັນຫາຍ, ຄະນະສະມາຊິກສະພາແຫ່ງຊາດແຂວງ ແທັງຮວາ, ສະເໜີວ່າ:

“ລັດຖະບານ ສືບຕໍ່ເອົາໃຈໃສ່ຊີ້ນຳການແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນການປະຕິບັດບັນດານະໂຍບາຍ, ກົດໝາຍວ່າດ້ວຍເຮືອນຢູ່ສັງຄົມ ໃນຂົງເຂດລົງທຶນທີ່ດິນ, ການວາງແຜນຜັງ. ປັບປຸງບັນດານະໂຍບາຍເພື່ອດຶງດູດນັກລົງທຶນ, ຊ່ວຍໃຫ້ຜູ້ມີລາຍຮັບຕ່ຳ, ກຳມະກອນ, ຜູ້ອອກແຮງງານທີ່ມີຄວາມຕ້ອງການດ້ານເຮືອນຢູ່ສັງຄົມ ໄດ້ສຳຜັດກັບນະໂຍບາຍໄດ້ດີກວ່າ”.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top