• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມປອດໄພໃນວັນບຸນວິສາຂະບູຊາ

      ຍ້ອນໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ດັ່ງນັ້ນບັນດາວັດວາອາຮາມ, ສະຖານທີ່ບູຊາຢູ່ບໍລິເວນທ້ອງຖິ່ນຄື: ກ່າເມົາ, ຈ່າວິງ ພຽງແຕ່ໄດ້ຈັດຕັ້ງວັນບຸນວິສາຂະບູຊາ ດ້ວຍຂອບຂະໜາດພາຍໃນວັດ, ບໍ່ເຕົ້າໂຮມຫຼາຍຄົນ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມຄຳແນະນຳຂອງຂະແໜງສາທາລະນະສຸກໄດ້ເປັນຢ່າງດີ.
ທ່ານ ຟ້າມວັນຫ໋ຽນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນ ນະຄອນ ເກິ່ນເທີ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄະນະບໍລິຫານງານພຸດທະສາສະໜາ ນະຄອນ ເກິ່ນເທີ
      ວັນບຸນວິສາຂະບູຊາປີນີ້, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມແຂວງຈ່າວິງໄດ້ແນະນຳບັນດາວັດວາອາຮາມ, ສະຖານທີ່ບູຊາ, ພະສົງສຳມະເນນທີ່ມີເງື່ອນໄຂຈັດຕັ້ງວັນບຸນວິສາຂະບູຊາທາງອອນລາຍເພື່ອເຊື່ອມຕໍ່ກັບປະຊາຄົມ ສາສະນິກະຊົນ, ສົ່ງເສີມບັນດາພຸດທະສາສະນິກກະຊົນປະຕິບັດ ສັບປະດາ “ສົງພະພຸດທະເຈົ້າທາງອອນລາຍ - ທະວີຄູນຄຸນງາມຄວາມດີ”. ທ່ານພະມະຫາອາຈານຈິກຈິ໊ມິງ, ຮອງຫົວໜ້າຄະນະປະຈຳຄະນະບໍລິຫານງານພຸດທະສາສະໜາຫວຽດນາມແຂວງຈ່າວິງ ໃຫ້ຮູ້ວ່າ:
ເນື່ອງໃນໂອກາດວັນບຸນວິສາຂະບູຊາພ. 2565, ຕາມຈິດໃຈການຊີ້ນຳຂອງສູນກາງສາສະໜາຄະນະບໍລິຫານງານພຸດທະສາສະໜາແຂວງໄດ້ແຈ້ງການໄປຍັງຄະນະບໍລິຫານງານບັນດາເມືອງເທດສະບານນະຄອນກໍ່ຄືບັນດາຜູ້ເຈົ້າອາວາດສະຖານທີ່ບູຊາພະສົງສຳມະເນນພຸດທະສາສະນິກກະຊົນຈົ່ງເຂົ້າຮ່ວມການປະຕິບັດມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີຈັດຕັ້ງຢ່າງເຂັ້ມງວດແຕ່ຕ້ອງຮັບປະກັນຄວາມປອດໄພປະຕິບັດຢ່າງຖືກຕ້ອງຕາມເນື້ອໃນຈິດໃຈ 5 ມາດຕະການປ້ອງກັນສະກັດກັ້ນໂລກລະບາດເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ.
ຢູ່ກາເມົາ, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມແຂວງໄດ້ຈັດຕັ້ງວັນບຸນວິສາຂະບູຊາ ຄ.ສ 2021 - ພສ 2565 ຢູ່ສະຖານທີ່ບູຊາພະແມ່ກວານອີນ ຊຶ່ງໄດ້ຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top