• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດ​ແໜ້ນ​ສາ​ຍ​ພົວ​ພັນສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້ຫຼາຍກວ່າ​ອີກ

ຕອນບ່າຍວັນທີ 27 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ກູບາ Esteban Lazo Hernández.
ການປະດັບຫຼຽນໄຊ Carlos Manuel de Cesesspespeedes ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ (ພາບ: VOV)

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອແບບພິເສດ ກັບພັກ, ລັດ ແລະ ປະຊາຊົນ ກູບາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ ສອງຝ່າຍຕ້ອງຍູ້ແຮງການສົມທົບກັນຢູ່ບັນດາເວທີປາໄສສາກົນຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສອງຝ່າຍເສີມຂະຫຍາຍກຳລັງບົ່ມຊ້ອນ, ກຳນົດຂົງເຂດຮ່ວມມືຈຸດສຸມ; ຊຸກຍູ້ການຮ່ວມມື, ຮ່ວມທຸລະກິດ ແລະ ການລົງທຶນ ໃຫ້ເໝາະສົມກັບຄວາມຕ້ອງການ, ເງື່ອນໄຂ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ.

ສອງຝ່າຍກໍຖືວ່າ ສະພາແຫ່ງຊາດສອງປະເທດ ຕ້ອງສືບຕໍ່ຍູ້ແຮງການແລກປ່ຽນບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ບັນດາອົງການຂອງສະພາແຫ່ງຊາດ; ຕົກລົງເຫັນດີຈະຈັດກອງປະຊຸມລະຫວ່າງ ຄະນະກຳມະການລະຫວ່າງລັດຖະສະພາສອງປະເທດໃນປີໜ້າ. ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernández  ເນັ້ນໜັກວ່າ ກູບາ ຖືການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນກັບ ຫວຽດນາມ ແມ່ນມີຄວາມໝາຍຍຸດທະສາດ; ພ້ອມທັງມີຄວາມປາດຖະໜາຢາກຕ້ອນຮັບບັນດາຄະນະວິສາຫະກິດ ຫວຽດນາມ ໄປຢ້ຽມຢາມ ແລະ ສຶກສາກາລະໂອກາດລົງທຶນຢູ່ ກູບາ.

ການປະດັບຫຼຽນໄຊ Carlos Manuel de Cesesspespeedes ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ (ພາບ: VOV)

ໃນຕອນຄ່ຳຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງ ປະຊາຊົນ, ປະທານສະພາແຫ່ງລັດ ກູບາ Esteban Lazo Hernandez  ໄດ້ມອບຫຼຽນໄຊ Carlos Manuel de Cesesspespeedes ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ມອບຫຼາຍຫຼຽນໄຊອັນສູງສົ່ງໃຫ້ແກ່ການນຳ, ອະດີດການນຳສະພາແຫ່ງຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top