• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນ​ສາຍ​ພົວ​ພັນແບບ​ພິ​ເສດ​ດ້ານ​ການ​ເມືອງ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ກູ​ບາ

ວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ກູບາ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ແລະ ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ.
  ການຕ້ອນຮັບ (ພາບ: baoquocte.vn)  

ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ເລື່ອງກະຊວງການຕ່າງປະເທດສອງປະເທດ ຈະສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນດ້ານການເມືອງ ແລະ ການພົບປະຂອງຄະນະຜູ້ແທນຂັ້ນສູງໄລຍະ 2022 – 2023; ຮັກສາ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື; ພະຍາຍາມຍົກສູງການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງ ຫວຽດນາມ ແລະ ກູບາ.

ທ່ານລັດຖະມົນການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຜູ້ແທນຂັ້ນສູງ ກໍຄືລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ, ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນສອງຝ່າຍ; ສະເໜີຝ່າຍ ກູບາ ເອົາໃຈໃສ່, ເອື້ອຍອໍານວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ທີ່ພວມດຳເນີນທຸລະກິດ, ລົງທຶນຢູ່ ກູບາ.

ສ່ວນທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ກູບາ ໃຫ້ຮູ້ວ່າ ກູບາ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ; ຂອບໃຈຄວາມສາມັກຄີ ແລະ ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍສະຫງວນໃຫ້ແກ່ ກູບາ ໃນວິວັດການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

Top