• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ ໃຫ້ຫຼາຍກວ່າອີກ

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍາມໃດກໍສະໜັບສະໜູນບົດບາດຂອງສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາລາຊະອານາຈັກກຳປູເຈຍ

ວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທງເໝີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ ຂອງຫວຽດນາມ ແລະ ພ້ອມກັບປະຊາຊົນກຳປູເຈຍໄຊຊະນະລະບອບດັບສູນເຊື້ອຊາດ (7/1/1979 – 07/01/2019).


ທ່ານ ເຈິ່ນແທງເໝີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ  (ພາບ:taptrimattran.vn)

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຊົມເຊີຍບັນດາຜົນງານສຳຄັນກ່ຽວກັບເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງປະເທດ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ກຳປູເຈຍ ໃນພາກພື້ນ ອາຊຽນ ແລະ ໃນເວທີສາກົນ. ພິເສດ, ຜ່ານການພົບປະແລກປ່ຽນຄະນະ, ແບ່ງປັນບົດຮຽນໃນການພັດທະນາປະເທດຊາດ ຂອງ ການນຳພັກ, ລັດ, ແນວໂຮມປະເທດຊາດ ສອງປະເທດຫວຽດນາມ - ກໍາປູເຈຍ ໄດ້ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ແລະ ຍືນຍົງທີ່ມີມາແຕ່ດົນນານ ນັບມື້ນັບດີກວ່າ. ພ້ອມທັງຢັ້ງຢືນວ່າ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍາມໃດກໍສະໜັບສະໜູນບົດບາດຂອງສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາລາຊະອານາຈັກກຳປູເຈຍ, ທ່ານເຈິ່ນແທັງເໝິນ ປາດຖະໜາວ່າ ແນວໂຮມສອງປະເທດ ຈະສືບຕໍ່ຊຸກຍູ້ການພົວພັນສອງຝ່າຍຜ່ານການພົບປະແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນເຊິ່ງກັນແລະກັນໃນວຽກງານແນວໂຮມ.

ສ່ວນທ່ານ Tep Ngorn ເນັ້ນໜັກວ່າ ລັດ ແລະ ປະຊາຊົນກຳປູເຈຍ ຍາມໃດກໍຈົດຈຳບຸນຄຸນອັນໃຫຍ່ຫຼວງ ທີ່ບໍ່ອາດຫຼົງລືມໄດ້ຂອງພັກ, ລັດ, ແນວໂຮມປະເທດຊາດ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ປົດປ່ອຍປະເທດຊາດ ຊ່ວຍປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດທີ່ໂຫດຫ້ຽມນັ້ນ, ປະກອບສ່ວນເຂົ້າໃນວິວັດການສ້າງສັນຕິພາບໃຫ້ແກ່ປະເທດກຳປູເຈຍ. ທ່ານ Tep Ngorn ຢັ້ງຢືນວ່າ, ພັກປະຊາຊົນ, ລັດຖະບານ, ສະພາແຫ່ງຊາດກຳປູເຈຍ ຍາມໃດກໍເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພິເສດແມ່ນສາຍພົວພັນມິດຕະພາບລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ.


ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ 

ແລະກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສໍານັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ໃຫ້ການຕ້ອນຮັບທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ ເຊັ່ນດຽວກັນ. ທີ່ການຕ້ອນຮັບ, ທ່ານນາງຫງວຽນທິກິມເງິນ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານລາຊະອານາຈັກ  ໂດຍພັກປະຊາຊົນກໍາປູເຈຍ (CPP) ເປັນແກ່ນສານ, ປະເທດຊາດ ແລະ ປະຊາຊົນກໍາປູເຈຍ ຈະສືບຕໍ່ຍາດໄດ້ບັນດາຜົນງານໃຫຍ່ຫຼວງ, ທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນ ຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top