• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ສາຍ​ພົ​ວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ໝັ້ນ​ຄົງ​​ຂະ​ໜົງ​ແກນ​ໄປ​ຊົ່ວ​ກາ​ລະ​ນານ

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສສຳຄັນໃນກອງປະຊຸມເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX. 
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳປາໄສທີ່ກອງປະຊຸມສະພາແຫ່ງຊາດ ລາວ ໃນຕອນເຊົ້າວັນທີ 10 ສິງຫາ (ພາບ: VOV)

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ສາຍພົວພັນບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ໄດ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງ ແລະ ຫາຍາກໃນໂລກ ແລະ ສອງປະເທດ ຄວນຊຸກຍູ້ການຮ່ວມມືຢ່າງແຮງກວ່າອີກໃນໄລຍະຈະມາເຖິງ:

        “ກ່ອນອື່ນໝົດ, ສືບທອດມູນເຊື້ອປະຕິວັດອັນສະຫງ່າອົງອາດ ແລະ ບັນດາຜົນງານແຫ່ງການຮ່ວມມືໃນໄລຍະຜ່ານມາ, ພວກເຮົາເຂົ້າໃຈວ່າ ເສົາຄ້ຳສາຍພົວພັນດ້ານການເມືອງ ຈະສືບຕໍ່ກຳນົດທິດສັງລວມສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ໂດຍສືບທອດມູນເຊື້ອປະຕິວັດອັນໝັ້ນຄົງ, ສາຍພົວພັນດ້ານການເມືອງຂອງສອງປະເທດ ຈະໄດ້ຮັບການເຍືອງທາງຊີ້ທິດຈາກແນວຄິດຂອງຜູ້ນຳຜູ້ຍິງໃຫຍ່ສອງທ່ານ ຄື ປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ນັ້ນແມ່ນການໝູນໃຊ້ລັດທິ ມາກ - ເລນິນເຂົ້າໃນສະພາບການຕົວຈິງຂອງແຕ່ລະປະເທດຢ່າງມີຫົວຄິດປະດິດສ້າງ, ມຸ່ງໄປເຖິງເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ກາຍເປັນປະເທດຮັ່ງມີເຂັ້ມແຂວງ, ປະຊາຊົນກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ. ປັດຈຸບັນ, ແນວຄິດຂອງຜູ້ນຳຍິ່ງໃຫຍ່ທີ່ແສນເຄົາລົບຮັກທັງສອງທ່ານຂອງພວກເຮົານັ້ນ ແມ່ນເຂັມຊີ້ທິດໃຫ້ສອງປະເທດພວກເຮົາ ຍາມໃດກໍຖະໜຸຖະໜອມ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນບໍລິສຸດຜຸດຜ່ອງ, ສະໜິດສະໜົມ ມີໜຶ່ງບໍ່ມີສອງໃນໂລກນີ້, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ - ຍຸດທະສາດ, ເພື່ອພ້ອມກັນແບກຫາບພາລະກິດປະຫວັດສາດ ປົກປັກຮັກສາຜົນງານປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດ ມຸ່ງໄປສູ່ເປົ້າໝາຍສັງຄົມນິຍົມ, ຮັກສາສາຍພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.”

 

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມສະພາແຫ່ງຊາດລາວ ຊຸດທີ IX (ພາບ:VOV) 

ພາຍຫຼັງສິ້ນສຸດບົດກ່າວປາໄສຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມ ແລະ ເປັນປະທານພິທີເປີດສະຫຼອງ ແລະ ມອບຂອງຂວັນກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ໃຫ້ແກ່ລາວ.  

 

        ກ່ອນໜ້ານັ້ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ວາງພວງມາລາຢູ່ອະນຸສາວະລີອາໄລຫານັກຮົບນິລະນາມ ແລະ ພົບປະທ່ານປະທານປະເທດ ລາວ ໄຊສົມພອນ ພົມວິຫານ. ໃນການພົບປະຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມສະໜັບສະໜູນຕໍ່ເລື່ອງສະພາແຫ່ງຊາດສອງປະເທດເພີ່ມທະວີການສົມທົບກັນຕິດຕາມກວດກາ ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆເຊິ່ງສອງຝ່າຍໄດ້ລົງນາມກັນຢ່າງມີປະສິດທິຜົນ; ເພີ່ມທະວີ, ແບ່ງປັນປະສົບການ, ໂດຍສະເພາະແມ່ນການສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ ແລະ ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການແຫ່ງລັດຢ່າງເຂັ້ມງວດ; ຈັດຕັ້ງການແລກ່ປຽນບົດຮຽນ, ປະສົບການ, ກອງປະຊຸມ, ກອງປະຊຸມສຳມະນາຕາມຫົວເລື່ອງສະເພາະ ດ້ວຍຮູບການຕ່າງໆຢ່າງມີໄຫວພິບ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ສົມທົບກັນຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top