• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເພື່ອ​ໃຫ້​ເສດ​ຖະ​ກິດ​ ຫວຽດ​ນາມ ເພີ່ມ​ລະ​ດັບ​ຄວາມ​ໄວ​ການ​ເຕີບ​ໂຕ

ໝາກຜົນທີ່ຕັ້ງໜ້າຂອງປີ 2024 ແມ່ນປະຖົມປັດໄຈສຳຄັນເພື່ອກ້າວເຂົ້າສູ່ປີ 2025 ພື້ນຖານເສດຖະກິດຈະເພີ່ມລະດັບຄວາມໄວໃນການເຕີບໂຕ ແລະ ບັນລຸຄາດໝາຍທີ່ໄດ້ວາງອອກໃນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ດ້ວຍໝາກຜົນສູງສຸດ.
ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ

ຜ່ານຜ່າບັນດາການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການໂລກນັ້ນ, ການເຕີບໂຕ GDP ຂອງ ຫວຽດນາມ ປີ 2024 ບັນລຸ 7,09%, ລື່ນກາຍຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກ. ກ່າວຄຳເຫັນໃນການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມໄຕມາດທີ IV ແລະ ປີ 2024  ທີ່ດຳເນີນໃນວັນທີ 06 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໝາກຜົນທີ່ຕັ້ງໜ້າຂອງປີ 2024 ແມ່ນປະຖົມປັດໄຈສຳຄັນເພື່ອກ້າວເຂົ້າສູ່ປີ 2025 ພື້ນຖານເສດຖະກິດຈະເພີ່ມລະດັບຄວາມໄວໃນການເຕີບໂຕ ແລະ ບັນລຸຄາດໝາຍທີ່ໄດ້ວາງອອກໃນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ດ້ວຍໝາກຜົນສູງສຸດ. ປີ 2024, ການຜະລິດອຸດສາຫະກຳມີບາດກ້າວພັດທະນາຢ່າງກະໂດດຂັ້ນ ເມື່ອມູນຄ່າຂະແໜງອຸດສາຫະກຳເພີ່ມຂຶ້ນ 8,32%, ສູງກວ່າປີ 2023 ແມ່ນ 5,34% ຈຸດສ່ວນຮ້ອຍ. ການສົ່ງອອກສິນຄ້າເຕີບໂຕ 14,3%. CPI ທັງປີ 2024 ເພີ່ມຂຶ້ນ 3,63% ເມື່ອທຽບໃສ່ປີ 2023, ບັນລຸຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າລະດັບເພີ່ມຂຶ້ນ 5,4% ຂອງປີ 2023. ທ່ານນາງ ຫງວຽນທິເຮືອງ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ນີ້ແມ່ນພື້ນຖານອັນສຳຄັນເພື່ອສາມາດບັນລຸໄດ້ຄາດໝາຍການເຕີບໂຕໃນປີ 2025 ແລະ ຊຸມປີຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top