• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາ, ເພີ່ມພຸນຄຸນສ້າງສາຍພົວພັນແບບພິເສດ, ມິດຕະພາບ ຫວຽດນາມ - ລາວ

      ວັນທີ 21 ມີນາ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ.

ທ່ານ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ (ພາບ: ອິນເຕີແນັດ)
      ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ ໃນແງ່ມູມທ້ອງຖິ່ນ ນະຄອນ ໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນການກໍ່ສ້າງ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືກັບ ລາວ ແລະ ບັນດາທ້ອງຖິ່ນຂອງ ລາວ ໃນທຸກດ້ານ. ການນຳສູນກາງ ແລະ ນະຄອນຈະມານະພະຍາຍາມພ້ອມກັບ ລາວ ຮັກສາ, ເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ແລະ ເຂົ້າສູ່ລວງເລິກ, ຊຸກຍູ້ການພັດທະນາຂອງທັງ 2 ປະເທດ.
        ສ່ວນທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງການແບ່ງເບົາຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບການເຖິງແກ່ມໍລະນະກຳຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ. ທ່ານ ໄຊສົມພອນ ພົມວິຫານ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ການພົວພັນ 2 ປະເທດຈະສືບຕໍ່ໄດ້ຮັບການຊຸກຍູ້, ຮັດແໜ້ນການພົວພັນຮ່ວມມື, ມິດຕະພາບແບບພິເສດໃຫ້ພັດທະນາກ່ວາອີກ. ໃນນັ້ນ, ນະຄອນ ໂຮ່ຈີມິນ ສືບຕໍ່ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນ ລາວ ພ້ອມກັນປະຕິບັດບັນດາແຜນການ, ເປົ້າໝາຍຮ່ວມ, ການຮ່ວມມືລະຫວ່າງ 2 ລັດຖະບານ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top