• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​ປະ​ເທດ ຫວ​ທິ​ແອັງ​ຊວັນ ເຂົ້າ​ຮ່ວ​ມ​ພິ​ທີໄຂ Festival ສິ່ງຍອດ​ຍິ່ງ ຢູ່ ເຕີຍ​ບັກ - ດ້ຽນ​ບຽນ 2025

Festival ແມ່ນຈຸດທີ່ພົ້ນເດັ່ນ ເພື່ອແນໃສ່ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວສົມທົບກັບການພັດທະນາການທ່ອງທ່ຽວ, ປະກອບສ່ວນເສີມຂະຫຍາຍ, ຂຸດຄົ້ນປະສິດທິຜົນ, ຄວາມສາມາດບົ່ມຊ້ອນ, ທ່ານແຮງພັດທະນາການທ່ອງທ່ຽວຂອງບັນດາທ້ອງຖິ່ນ.
ທ່ານຮອງປະທານປະເທດ ຫວຽດນາມ ຫງວຽນທິແອັງຊວັນ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 19 ກັນຍາ, ພິທີໄຂ Festival ສິ່ງຍອດຍິ່ງເຕີຍບັກ - ດ້ຽນບຽນ 2025 ໄດ້ດຳເນີນຢູ່ສະໜາມກິລາແຂວງ ດ້ຽນບຽນ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານປະເທດ ຫວຽດນາມ ຫງວຽນທິແອັງຊວັນ ເນັ້ນໜັກວ່າ Festival ແມ່ນຈຸດທີ່ພົ້ນເດັ່ນ ເພື່ອແນໃສ່ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວສົມທົບກັບການພັດທະນາການທ່ອງທ່ຽວ, ປະກອບສ່ວນເສີມຂະຫຍາຍ, ຂຸດຄົ້ນປະສິດທິຜົນ, ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການທ່ອງທ່ຽວຂອງບັນດາທ້ອງຖິ່ນ. ນີ້ກໍແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວມີການຄົ້ນຫາ, ສຳຜັດກັບຄວາມງາມທຳມະຊາດ, ວັດທະນະທຳຂອງບັນດາເຜົ່າ, ພ້ອມກັນເພີ່ມພູນຄູນສ້າງຄວາມຮັກບ້ານເກີດເມືອງນອນ ແລະ ຄວາມເອກອ້າງທະນົງໃຈຂອງຊາດ.

        “ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການຂອງສູນກາງເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາທ້ອງຖິ່ນ, ໃນນັ້ນ ມີບັນດາແຂວງ ເຕິຍບັກ ແລະ ນະຄອນ ໂຮ່ຈີມິນ ຍູ້ແຮງການພັດທະນາການທ່ອງທ່ຽວຢ່າງວ່ອງໄວ ແລະ ຍືນຍົງ. ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ສົນໃຈຄົ້ນຄວ້າ, ສຳຫຼວດ, ສະເໜີ ແລະ ປະຕິບັດບັນດາໂຄງການລົງທຶນທີ່ມີຂອບຂະໜາດເໝາະສົມເປັນກຳລັງໜູນເພື່ອພັດທະນາການທ່ອງທ່ຽວ ເຕີຍບັກ ໃຫ້ສົມກັບກຳລັງຄວາມສາມາດ ແລະ ທ່າແຮງຂອງເຂດ”.

        ໃນລະຫວ່າງວັນທີ 19 – 21 ກັນຍາ, Festival “ສິ່ງຍອດຍິ່ງຂອງ ເຕີຍບັກ - ດ້ຽນບຽນ 2025” ໄດ້ຈັດກິດຈະກຳທີ່ໜ້າຈັບອົກຈັບໃຈຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ໃນເວລາ 6 ໂມງ 30 ນາທີ, ພິທີໄຂ World Cup 2026 ຢູ່ ອາເມລິກາ ໄດ້ຈັດຂຶ້ນຢູ່ສະໜາມກິລາ SoFi, Los Angeles, ດ້ວຍການເຂົ້າຮ່ວມຂອງນັກຮ້ອງນັກສະແດງສາກົນຫຼາຍຄົນ.

Top