• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ແຕ່​ລະ​ອົງ​ການ​ສື່ມວນ​ຊົນ ຕ້ອງ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ຂອງ​ຕົນ

ບັນດາອົງການສື່ມວນຊົນ ຕ້ອງສືບຕໍ່ເຂົ້າຮ່ວມ, ເຜີຍແຜ່ກ່ຽວກັບບັນດານະໂຍບາຍຂອງພັກ ແລະ ລັດ, ສ່ອງແສງບັນດາຄຳເຫັນຂອງປະຊາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ ດ້ວຍຫຼາຍແງ່ມູນ ເພື່ອຊ່ວຍໃຫ້ບັນດາອົງການຮຽບຮຽງນະໂຍບາຍທີ່ຫຼາຍຊ່ອງທາງເພື່ອຮັບຟັງ...
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖ່າຍຮູບພ້ອມກັບຜູ້ຕາງໜ້າບັນດາອົງການສື່ມວນຊົນ (ພາບ: Phương Hoa/TTXVN)

ຕອນເຊົ້າວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມແລກປ່ຽນວຽກງານສື່ມວນຊົນ. ນະທີ່ນີ້, ການນຳກະຊວງຖະແຫຼງຂ່າວ ແລະ ການສື່ສານ, ບັນດາອົງການສື່ມວນຊົນ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການຜັນຂະຫຍາຍໃນໄລຍະຈະມາເຖິງ, ແຜນການຈັດຕັ້ງກອງປະຊຸມສະຫຼຸບ 1 ປິ ແຫ່ງການປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານໂຄສະນາເຜີຍແຜ່ນະໂຍບາຍ; ເສດຖະກິດສື່ມວນຊົນ…

ຕາງໜ້າໃຫ້ລັດຖະບານ ມອບດອກໄມ້ອວຍພອນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ແລະ ສຳນັກຂ່າວສານ ຫວຽດນາມ ຄົບຮອບ 79 ປີ (7 ກັນຍາ 1945 – 7 ກັນຍາ 2024)  ແລະ 79 ປີ ແຫ່ງວັນມູນເຊື້ອຂະແໜງຖະແຫຼງຂ່າວ ແລະ ການສື່ສານ (28 ສິງຫາ 1945 – 28 ສິງຫາ 2024), ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ: ບັນດາອົງການສື່ມວນຊົນ ຕ້ອງສືບຕໍ່ເຂົ້າຮ່ວມ, ເຜີຍແຜ່ກ່ຽວກັບບັນດານະໂຍບາຍຂອງພັກ ແລະ ລັດ, ສ່ອງແສງບັນດາຄຳເຫັນຂອງປະຊາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ ດ້ວຍຫຼາຍແງ່ມູນ ເພື່ອຊ່ວຍໃຫ້ບັນດາອົງການຮຽບຮຽງນະໂຍບາຍທີ່ຫຼາຍຊ່ອງທາງເພື່ອຮັບຟັງ. ໄປຄຽງຄູ່ກັນນັ້ນ, ກໍ່ເຜີຍແຜ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ກໍຄືປະກອບຄຳເຫັນໃສ່ເອກະສານຂອງກອງປະຊຸມໃຫຍ່ດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top