• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ຈີນ: ປຶກສາຫາລືຫຼາຍເນື້ອສຳຄັນໃນການຊຸກຍູ້ການຮ່ວມມື 2 ຝ່າຍ

ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການສົມທົບກັນ, ປະສານງານຊຸກຍູ້ການຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ສົມທົບກັນຢ່າງແໜ້ນແຟ້ນ.
ທີ່ການພົບປະລະຫວ່າງຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ - ຈີນ

ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ້, ເລຂານຸການຄະນະກຳມະການຊີ້ນຳການຮ່ວມມື ຫວຽດນາມ - ຈີນ, ຫົວໜ້າຄະນະເຈລະຈາຂັ້ນສູງລັດຖະບານ ກ່ຽວກັບເຂດຊາຍແດນ, ຜືນແຜ່ນດິນ ຫວຽດນາມ - ຈີນ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປັກກິງ, ປະເທດ ຈີນ ແຕ່ວັນທີ 09-10 ສິງຫາ.

ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ້ ໄດ້ພົບປະກັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຈີນ; ທ່ານຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ, ເລຂານຸການຄະນະຊີ້ນຳການຮ່ວມມື 2 ຝ່າຍ ຈີນ - ຫວຽດນາມ; ທ່ານຫົວໜ້າກົມຮ່ວມມືພັດທະນາສາກົນ ຈີນ.

ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການສົມທົບກັນ, ປະສານງານຊຸກຍູ້ການຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ສົມທົບກັນຢ່າງແໜ້ນແຟ້ນ, ກະກຽມໃຫ້ແກ່ບັນດາການພົບປະແລກປ່ຽນ, ການພົບປະຂັ້ນສູງໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ; ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ, ເຊື່ອມຕໍ່ທາງຄົມມະນາຄົມ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ; ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມື.

2 ຝ່າຍໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາກ່ຽວກັບບັນຫາຊາຍແດນ, ຜືນແຜ່ນດິນ; ສະເໜີບັນດາມາດຕະການລະອຽດ ເພື່ອສົມທົບກັນຄວບຄຸ້ມເຂດຊາຍແດນທາງບົກໃຫ້ເປັນຢ່າງດີ, ແລກປ່ຽນ, ແກ້ໄຂບັນຫາເກີດຂຶ້ນຢ່າງທັນການ ບົນພື້ນຖານເຄົາລົບບັນດາເອກະສານລວມກ່ຽວກັບເຂດຊາຍແດນທາງບົກ… 2 ຝ່າຍກໍ່ເຫັນດີຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລ, ຄວບຄຸ້ມຄວາມບໍ່ລົງລອຍກັນທາງທະເລ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ້ ເນັ້ນໜັກເຖິງຄວາມຮຽກຮ້ອງເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດເຂດແຄມທະເລ ບົນເນື້ອໃນຈິດໃຈສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top