ຫວຽດນາມ ແມ່ນປະເທດທຳອິດ ຢູ່ ອາຊີ ແລະ ແມ່ນປະເທດທີສອງໃນໂລກໃຫ້ສັດຕະຍາບັນສົນທິສັນຍາສາກົນ ກ່ຽວກັບສິດທິດເດັກ

ທ່ານນາງຮອງປະທານສະພາແຫ່ງຊາດ ແລະ ທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ
ຕອນບ່າຍວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດວັນເດັກໂລກຄືວັນທີ 20 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຕ້ອນຮັບຄະນະຜູ້ແທນກອງທຶນເພື່ອເດັກ ສປຊ (Unicef) ໂດຍທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ ນຳໜ້າ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃນວຽກງານເບິ່ງແຍງເດັກ. ຫວຽດນາມ ແມ່ນປະເທດທຳອິດ ຢູ່ ອາຊີ ແລະ ແມ່ນປະເທດທີສອງໃນໂລກໃຫ້ສັດຕະຍາບັນສົນທິສັນຍາສາກົນ ກ່ຽວກັບສິດທິເດັກ. ເລື່ອງເບິ່ງແຍງດູແລເດັກຢູ່ ຫວຽດນາມ ພວມໄດ້ຮັບການປະຕິບັດຢ່າງຮອບດ້ານ, ພວກເດັກຢູ່ເຂດຊາຍແດນ, ທະເລໝູ່ເກາະ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.
ສ່ວນທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ ຢັ້ງຢືນວ່າ: ກອງທຶນເພື່ອເດັກ ສປຊ ຍາມໃດກໍ່ກຽມພ້ອມພ້ອມກັບ ຫວຽດນາມ ແກ້ໄຂບັນດາບັນຫາກ່ຽວກັບເດັກເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ.
ສ່ວນທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ ຢັ້ງຢືນວ່າ: ກອງທຶນເພື່ອເດັກ ສປຊ ຍາມໃດກໍ່ກຽມພ້ອມພ້ອມກັບ ຫວຽດນາມ ແກ້ໄຂບັນດາບັນຫາກ່ຽວກັບເດັກເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ.
(ແຫຼ່ງຄັດຈາກ VOV)