• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ແຂວງຊອັກຈັງ

ວັນທີ 03 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງຊອັກຈັງ

(ທ່ານຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ແຂວງຊອັກຈັງ)
 
ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ໃນ 6 ເດືອນຕົ້ນປີ 2018 ແລະ ຜັນຂະຫຍາຍແຜນການພັດທະນາເສດຖະກິດ, ສັງຄົມປີ 2018. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃສ່ໃຈວ່າ, ຊອັກຈັງ ຍັງແມ່ນແຂວງທຸກຍາກ, ຄວນມີບັນດາມາດຕະການເສີມຂະຫຍາຍບັນດາທ່າແຮງຂອງແຂວງໃຫ້ເປັນຢ່າງດີກວ່າ. ສິ່ງທີ່ເປັນໜ້າໃສ່ໃຈແມ່ນຂຸດຄົ້ນ ແລະ ສຸມໃສ່ລົງທຶນທ່າແຮງດ້ານກະສິກຳ, ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຊີ. ກ່ຽວກັບອຸດສາຫະກຳ, ທາງແຂວງຄວນໂຄສະນາ, ເຊື້ອເຊີນບັນດານັກລົງທຶນທີ່ມີເຕັກໂນໂລຊີທັນສະໄໝ, ມີຂອບຂະໜາດໃຫຍ່, ມີມູນຄ່າເພີ່ມສູງ, ເປັນມິດກັບສິ່ງແວດລ້ອມ… ເຂົ້າມາລົງທຶນ.
(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top