• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຫົວຫນ້າກຳມາທິການເສດຖະກິດ,ເຕັກໂນໂລຊີແລະສິ່ງແວດລ້ອມສະພາແຫ່ງຊາດລາວ

      ຕອນບ່າຍວັນທີ 9 ມັງກອນ, ຢູ່ ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ໄດ້ຕ້ອນຮັບທ່ານ ບຸນປອນ ສີສຸລາດ, ຫົວຫນ້າກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດລາວ ແລະ ຄະນະປະຕິບັດງານພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 8-13 ມັງກອນ. 

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຟຸ່ງກວກຫຽນ ຕ້ອນຮັບທ່ານ ບຸນປອນ ສີສຸລາດ 
ຫົວຫນ້າກຳມາທິການເສດຖະກິດ,ເຕັກໂນໂລຊີ ສິ່ງແວດລ້ອມສະພາແຫ່ງຊາດລາວ 
      ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມ ພວມຕັ້ງຫນ້າກະກຽມຈັດຕັ້ງກອງປະຊຸມເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 26 ແຕ່ວັນທີ 17 – 20 ມັງກອນ ຢູ່ ຮ່າໂນ້ຍ ແລະ ຢືນຢັນ: ສະພາແຫ່ງຊາດ ຫວຽດນາມ ປາດຖະຫນາຢາກໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຂົ້າຮ່ວມເຫດການດັ່ງກ່າວ. ນີ້ຈະແມ່ນການສະຫນັບສະຫນູນມີຄວາມໝາຍ ປະກອບສ່ວນເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ຈັດຕັ້ງເຫດການສຳຄັນນີ້ສຳເລັດຜົນ.
ທ່ານ ບຸນປອນ ສີສຸລາດ ໄດ້ຢືນຢັນວ່າ: ໃນໄລຍະຈະມາເຖິງ ສອງກຳມາທິການຂອງສະພາແຫ່ງຊາດຂອງສອງປະເທດ ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວການພົບປະແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ໃນວຽກງານນິຕິບັນຍັດ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top