• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດຟູ່ງກວກຫຽນຕ້ອນຮັບຄະນະຜູ້ແທນສະພາດຳເນີນທຸລະກິດອາເມລິກາ-ອາຊຽນ

ການ​ຕ້ອນ​ຮັບ​ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ
(ພາບ: quochoi.vn)
       ຕອນ​ເຊົ້າ​ວັນ​ທີ 30/11, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ ຟູ່ງກວກ​ຫຽນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ໂດຍ​ທ່ານ Alexander C Feilman, ປະ​ທານ​ສະ​ພາ​ເປັນ​ຫົວ​ໜ້າ​ຄະ​ນະ, ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ຮອ​ງະ​ທານ​ສະ​ພາ​ແຫ່ງ​ຊາດ ຟູ່ງກວກ​ຫຽນ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ສະ​ພາ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ໃນ​ວິ​ວັດ​ການ​ສ້າງ​ການ​ພົວ​ພັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ເປັນ​ປົກ​ກະ​ຕິ. ທ່ານ​ຮອ​ງປະ​ທານ​ສະ​ພາ​ແຫ່ງ​ຊາດ ຟູ່ງກວກ​ຫຽນ ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP)ເປັນ​ສຳ​ຄັນ, ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ການ​ປັບ​ປຸງ, ປະ​ກາດ​ໃຊ້​ກົດ​ໝາຍ​ໃໝ່​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ TPP ຢ່າງ​ເຂັ້ມ​ງວດ.
        ​ທ່ານ Alexander C Feilman ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນ​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ພັດ​ທະ​ນາ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພ້ອມ​ທັງ​ຢ​ັ້ງ​ຢືນ​ວ່າ ດ້ວຍ​ຖາ​ນະ​ຂອງ​ຕົນ, ທ່ານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top