• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດຍິງຍີ່ປຸ່ນ

      ສ່ວນທ່ານນາງສະມາຊິກສະພາຕ່ຳ ຍີ່ປຸ່ນ Tsuchiya Shinako ໄດ້ຊີ້ແຈ້ງວ່າ ໄລຍະຜ່ານມາ ການພົວພັນ 2 ປະເທດ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ

ທ່ານນາງ ຕ່ອງທິຟ໊ອງ ຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດຍິງ ຍີ່ປຸ່ນ 
      ຕອນບ່າຍວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງ ຕ່ອງທິຟ໊ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ຍິງ ຍີ່ປຸ່ນໂດຍທ່ານນາງສະມາຊິກສະພາຕ່ຳ Tsuchiya Shinako, ຫົວໜ້າຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງຂອງພັກປະຊາທິປະໄຕເສລີ (LDP) ຍີ່ປຸ່ນ ນຳໜ້າ.
        ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ, ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາສະມາຊິກສະພາແຫ່ງຊາດຍິງ ຍີ່ປຸ່ນ ໄດ້ສະໜັບສະໜູນ ຫວຽດນາມ ແລະ ຍີ່ປຸ່ນ ໃນການສ້າງ, ປະກາດໃຊ້ບັນດານະໂຍບາຍ, ກົດໝາຍທີ່ເໝາະສົມເພື່ອໃຫ້ 2 ປະເທດຊຸກຍູ້ການຮ່ວມມືໃນທຸກໆຂົງເຂດ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ດຳລົງຊີວິດເປັນປົກກະຕິ, ຮ່ຳຮຽນ ແລະ ເຮັດວຽກຢ່າງມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດແຫ່ງການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ແລະ ແມ່ນຂົວເຊື່ອມຕໍ່ສ້າງນ້ຳໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ.
        ສ່ວນທ່ານນາງສະມາຊິກສະພາຕ່ຳ ຍີ່ປຸ່ນ Tsuchiya Shinako ໄດ້ຊີ້ແຈ້ງວ່າ ໄລຍະຜ່ານມາ ການພົວພັນ 2 ປະເທດ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ. ບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງ 2 ປະເທດແມ່ນສັນຍາລັກການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານນາງສະມາຊິກສະພາຕ່ຳ Tsuchiya Shinako ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະຈະພິຈາລະນາເລື່ອງກະກຽມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ ສຳລັບບັນດານັກສຶກສາຮຽນໃນຂົງເຂດກະສິກຳ, ການປະມົງ, ກໍ່ສ້າງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top