• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດດັ້ງທີຫງອກທິ້ງຢ້ຽມຢາມມົງໂກນເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 27

      ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທີຫງອກທິ້ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງໄປຢ້ຽມຢາມມົງໂກນ ຢ່າງເປັນທາງການ
      ຕອນເຊົ້າວັນທີ 07/05, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທີຫງອກທິ້ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງໄປຢ້ຽມຢາມມົງໂກນ ຢ່າງເປັນທາງການ ໃນລະຫວ່າງວັນທີ 07 – 10/05. 

ທ່ານນາງຮອງປະທານປະເທດດັ້ງທີຫງອກທິ້ງ
ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ26
(ພາບ: BáoChinhphu)
      ການຢ້ຽມຢາມຂອງທ່ານນາງຮອງປະທານປະເທດ ດັ້ງທີຫງອກທິ້ງ ຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບມົງໂກນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເປີດກວ້າງຂອບຂະໜາດດ້ານການຄ້າ, ເພີ່ມທະວີການຮ່ວມມືດ້ານແຮງງານ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ…
        ພາຍຫຼັງການຢ້ຽມຢາມມົງໂກນ ຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ດັ້ງທີຫງອກທິ້ງ ຈະຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 27 ຢູ່ຍີ່ປຸ່ນ ໃນລະຫວ່າງວັນທີ 10 – 16/05. ການຢ້ຽມຢາມແມ່ນເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳ 2 ປະເທດ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງກັບຍີ່ປຸ່ນ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ແຮງງານ, ກະສິກຳ…. 
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top