• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢ້ຽມຢາມ ມຽນມາ ແລະ ສ.ເກົາຫຼີ

ໂດຍໄດ້ຮັບຄຳເຊີນຂອງລັດຖະບານສະຫະພາບ ມຽນມາ ແລະ ສາທາລະນະລັດ ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາປະເທດນີ້ໃນລະຫວ່າງວັນທີ 16 – 23 ມິຖຸນາ.

ຈຸດປະສົງຂອງການໄປປະຕິບັດງານແມ່ນສືບຕໍ່ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈກັບ ມຽນມາ, ສ.ເກົາຫຼີ ແລະ ເຮັດໃຫ້ການຮ່ວມມື 2 ຝ່າຍເລິກເຊິ່ງກ່ວາ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ທະນາຄານ.

        ການຢ້ຽມຢາມ ມຽນມາ ໃນຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ຈະຊຸກຍູ້ເລື່ອງຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານໃນໄລຍະ 2019 – 2024 ໂດຍໄວ.

        ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ, 2 ຝ່າຍຈະດຳເນີນການຈັດຕັ້ງກອງປະຊຸມຄັ້ງທີ 1 ການເຈລະຈາເສດຖະກິດຂັ້ນຮອງນາຍົກລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ, ຕາມການຄາດຄະເນ 2 ຝ່າຍຈະພ້ອມກັນແລກປ່ຽນໃນບັນດາຂົງເຂດໃຫຍ່ຄື: ການຄ້າ ແລະ ການລົງທຶນ, ອຸດສາຫະກຳ, ການເງິນທະນາຄານ ແລະ ຮ່ວມມືພັດທະນາ, ພະລັງງານ, ສາທາລະນະສຸກ ແລະ ແຮງງານ…

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.

Top