• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເລມິງຄາຍ: ບັນດາກະຊວງຂະແໜງການ, ທ້ອງຖິ່ນ ຕັ້ງໜ້າຊຸກຍູ້ການຊຳລະທີ່ບໍ່ໃຊ້ເງິນສົດ

ກອງປະຊຸມ, ບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ວິສາຫະກິດ… ປຶກສາຫາລື ກ່ຽວກັບບົດບາດ ແລະ ຄວາມຈຳເປັນຂອງການເຊື່ອມຕໍ່ຂໍ້ມູນໃນການຊຳລະໂດຍອັດສະລິຍະ.
ກອງປະຊຸມສຳມະນາຈັດຂຶ້ນໃນວັນທີ 16 ມິຖຸນາ

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ກົມຊຳລະທະນາຄານແຫ່ງລັດໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ຂໍ້ມູນ, ຊຳລະໂດຍອັດສະລິຍະ, ຊຸກຍູ້ການພັດທະນາສັງຄົມ”. ນີ້ແມ່ນການເຄື່ອນໄຫວໃນລາຍການ ວັນບໍ່ໃຊ້ເງິນສົດ 16 ມິຖຸນາ ປີ 2023 ນີ້.

        ທີ່ກອງປະຊຸມ, ບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ວິສາຫະກິດ… ປຶກສາຫາລື ກ່ຽວກັບບົດບາດ ແລະ ຄວາມຈຳເປັນຂອງການເຊື່ອມຕໍ່ຂໍ້ມູນໃນການຊຳລະໂດຍອັດສະລິຍະ, ພ້ອມທັງເຮັດແຈ້ງຜົນປະໂຫຍດ, ຊອກຫາມາດຕະການເພື່ອມຸ່ງໄປເຖິງສັງຄົມບໍ່ໃຊ້ເງິນສົດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ, ເນັ້ນໜັກວ່າ:

        “ຂ້າພະເຈົ້າໄດ້ຕີລາຄາສູງຂະແໜງທະນາຄານເປັນເຈົ້າການເພື່ອຄົ້ນຄ້ວາ, ປະກາດໃຊ້, ສະເໜີບັນດາກົນໄກນະໂຍບາຍກ່ຽວກັບການຫັນເປັນດີຈີຕອນ, ຊຸກຍູ້ການຊຳລະບໍ່ໃຊ້ເງິນສົດ; ຕີລາຄາສູງການສົມທົບກັນຢ່າງຕັ້ງໜ້າ, ແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ການປະກອບສ່ວນສຳຄັນຂອງສື່ມວນຊົນ, ສື່ສານ ໃນການໂຄສະນາ, ແຜ່ກະຈາຍຂໍ້ມູນຂ່າວສານ, ສ້າງຄວາມລຶງເຄີຍບໍ່ໃຊ້ເງິນສົດ, ຊ່ວຍໃຫ້ປະຊາຊົນເຂົ້າໃຈແຈ້ງຜົນປະໂຫຍດຂອງການຊຳລະບໍ່ໃຊ້ເງິນສົດ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top