• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບຜູ້ອຳນວຍການບໍລິສັດ Astra Zeneca

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບອົກຂອບໃຈບໍລິສັດ Astra Zeneca ທີ່ໄດ້ມີການໜູນຊ່ວຍອັນລ້ຳຄ່າ, ທັນການໃຫ້ ຫວຽດນາມ ໃນການປ້ອງກັນ, ຕ້ານໂຄວິດ -19, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຍູ້ໂລກລະບາດໃນທົ່ວໂລກໃຫ້ຖອຍໄປ
  ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບຜູ້ອຳນວຍການບໍລິສັດ Astra Zeneca (ພາບ:TTXVN)  

ຕອນເຊົ້າວັນທີ 14 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Nitin Kapoor, ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ Astra Zeneca.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບອົກຂອບໃຈບໍລິສັດ Astra Zeneca ທີ່ໄດ້ມີການໜູນຊ່ວຍອັນລ້ຳຄ່າ, ທັນການໃຫ້ ຫວຽດນາມ ໃນການປ້ອງກັນ, ຕ້ານໂຄວິດ -19, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຍູ້ໂລກລະບາດໃນທົ່ວໂລກໃຫ້ຖອຍໄປ. ສະໜັບສະໜູນບັນດາຄຳໝັ້ນສັນຍາຂອງ Astra Zeneca ກ່ຽວກັບການຫລຸດຜ່ອນການປ່ອຍອາຍພິດ, ມຸ່ງໄປເຖິງການລົບລ້າງກາກບອນໃນທຸກການເຄື່ອນໄຫວຂອງກຸ່ມບໍລິສັດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາປະເທດພວມພັດທະນາຄື ຫວຽດນາມ ຕ້ອງໄດ້ຮັບການໜູນຊ່ວຍ, ສຳພັດກັບບັນດາມາດຕະການອື່ນໆເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

ສ່ວນທ່ານ Nitin Kapoor, ໃຫ້ຮູ້ວ່າ:  ບໍລິສັດ Astra Zeneca ພວມຕັ້ງໜ້າເຮັດວຽກກັບບັນດາອົງການ,ຄູ່ຮ່ວມມືຂອງ ຫວຽດນາມ ເພື່ອຜັນຂະຫຍາຍໂຄງການປູກປ່າ ແລະ ຟື້ນຟູສິ່ງແວດລ້ອມດ້ວຍມູນຄ່າ 50 ລ້ານໂດລາສະຫະລັດ, ເພື່ອປູກຕົ້ນໄມ້ 22,5 ລ້ານຕົ້ນໃນເນື້ອທີ່ດິນ 30.500 ເຮັກຕາ, ສ້າງເງື່ອນໄຂພັດທະນາຊີວະນາໆພັນ ແລະ ເພີ່ມເຕີມແຫຼ່ງຄອງຊີບແບບຍືນຍົງໃຫ້ກ່ວາ 17.000 ຄອບຄົວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top