• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ພົບປະກັບລັດຖະມົນຕີການຕ່າງປະເທດຈີນ ຫວາງອີ

ຕາມນັ້ນແລ້ວ, ສອງຝ່າຍເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການ; ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ...
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ

ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ວັນທີ 8 ເມສາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ, ປະທານຄະນະກຳມາທິການ ຫວຽດນາມ ໃນຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ, ພົບປະກັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ປະທານຄະນະກຳມາທິການຈີນ ໃນຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ.

ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພົວພັນສອງຝ່າຍ ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບຊຸກຍູ້ ແລະ ຜັນຂະຫຍາຍປະສິດທິຜົນ “ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມ ແບ່ງປັນອະນາຄົດ ຫວຽດນາມ- ຈີນ ມີຄວາມໝາຍຍຸດທະສາດເລິກເຊິ່ງກ່ວາ” ຕາມການກຳນົດທິດທີ່ການນຳຂັ້ນສູງສອງພັກ, ສອງລັດເປັນເອກະພາບກັນ.

ຕາມນັ້ນແລ້ວ, ສອງຝ່າຍເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການ; ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມທາງລົດໄຟ, ທາງບົກ….

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top