• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຕ້ອນຮັບຮອງປະທານກຸ່ມບໍລິສັດ Huawei

Huawei ໄດ້ສະຫງວນຈຳນວນເງິນ 23,2 ຕື້ໂດລາສະຫະລັດ ໃຫ້ແກ່ວຽກງານການຄົ້ນຄ້ວາພັດທະນາ, ກວມເອົາ 23% ຍອດລາຍຮັບໃນປີ 2023.
ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຕ້ອນຮັບຮອງປະທານກຸ່ມບໍລິສັດ Huawei

ຕອນບ່າຍວັນທີ 15 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຕ້ອນຮັບທ່ານ ຈາງເຈິງ ຈວຽນ, ຮອງປະທານກຸ່ມບໍລິສັດ Huawei ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ. ທີ່ການຕ້ອນຮັບ, ທ່ານຮອງປະທານກຸ່ມບໍລິສັດ Huawei ຈາງເຈິງ ຈວຽນ, ໃຫ້ຮູ້ວ່າ: Huawei ໄດ້ສະຫງວນຈຳນວນເງິນ 23,2 ຕື້ໂດລາສະຫະລັດ ໃຫ້ແກ່ວຽກງານການຄົ້ນຄ້ວາພັດທະນາ, ກວມເອົາ 23% ຍອດລາຍຮັບໃນປີ 2023, ປະກອບສ່ວນຊ່ວຍໃຫ້ກຸ່ມບໍລິສັດນຳໜ້າທົ່ວໂລກໃນຂົງເຂດຄື: 5G, ປັນຍາປະດິດ, ສູນຂໍ້ມູນຂ່າວສານ, ກຳລັງຄວາມສາມາດດີຈີຕອນ. ຍ້ອນເຫດນັ້ນ, Huawei ປາດຖະໜາຢາກຮ່ວມມື, ເຂົ້າຮ່ວມການພັດທະນາສັນຍາອິນເຕີເນັດ 5G, ຫັນເປັນດີຈີຕອນ, ປັນຍາປະດິດ, ຫັນເປັນສີຂຽວ… ຢູ່ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນໃນການດຳເນີນທຸລະກິດ ແລະ ຜົນສຳເລັດຂອງ Huawei ໃນການພັດທະນາຕະຫຼາດ ແລະ ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ຫຼາຍການບໍລິການ, ກໍ່ຄືການເຄື່ອນໄຫວຮ່ວມມືຂອງ Huawei ຢູ່ ຫວຽດນາມ; ທ່ານຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກລົງທຶນຕ່າງປະເທດ ໃນນັ້ນມີ ຈີນ ມາລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ ແລະ ບັນດານັກລົງທຶນ ມີທ່າແຮງຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ໂທລະຄົມ, ປັນຍາປະດິດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ

Top