ຕອນເຊົ້າວັນທີ 29 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ເນື່ອງໃນໂອກາດວັນບຸນວິສາຂະບູຊາ, ພສ 2567 (ປີ 2023), ຢູ່ວັດ ຮາມລອງ (ບ້ານ ນາມເຊີນ, ນະຄອນ ບັກນິງ) ແລະ ວັດ ເຟີດຕິກ (ເມືອງ ຕຽນຢູ, ແຂວງ ບັກນິງ).
ທີ່ບັນດາສະຖານທີ່ມາຢ້ຽມຢາມ, ທ່ານຮອງນາຍົກລັດມົນຕີ ເຈິ່ນລຶວກວາງ ໄດ້ອວຍພອນໃຫ້ພະມະຫາອາຈານ ທິກແທັງຢຸງ, ເຈົ້າອາວາດວັດ ຮາມລອງ ແລະ ພະອາຈານ ທິກດຶກທຽນ, ເຈົ້າອາວາດວັດ ເຟີດຕິກ ພ້ອມດ້ວຍບັນດາຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນໃນແຂວງ ຈົ່ງມີສຸດຂະພາບເຂັ້ມແຂງ, ຢູ່ເຢັນເປັນສຸກ, ບັນລຸຜົນງານຫຼາຍຢ່າງໃນວຽກງານສາສະໜາ, ຕ້ອນຮັບວັນບູນວິສາຂະບູຊາດ້ວຍຄວາມສະຫງົບສຸກ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ດ້ວຍບົດບາດ, ອິດທິພົນຊື່ສຽງຂອງຕົນ ພະມະຫາອາຈານ ທິກແທັງຢຸງ ແລະ ພະອາຈານ ທິກດຶກທຽນ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ລະດົມພະສົງສຳມະເນນ, ພຸດທະສາສະນິກກະຊົນປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ການພັດທະນາຂອງສະມາຄົມພຸດທະສາສະໜາ ຫວຽດນາມ.