• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ

      ສ.ເກົາຫຼີ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ເວົ້າສະເພາະ ແລະ ກັບອາຊຽນ ເວົ້າລວມ, ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ ຂອງທ່ານປະທານາທິບໍດີ ມູນເຈອິນ ແລະ ໃນການພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທ່ານຮອງລັດຖະມົນຕີ
ກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ  Yoon Soon Gu (ພາຍ:VGP)
      ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ  Yoon Soon Gu. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາອັນດີງາມຂອງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ທ່ານ ຟ້າມບິ່ງມິງ ເນັ້ນໜັກ ວ່າ: ສອງປະເທດຄວນຮັກສາທ່າພັດທະນາ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ລວມທັງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າເອເລັກໂຕນິກ, ແຮງງານ, ປ່ຽນແປງໃໝ່ຫົວຄິດປະດິດສ້າງ… ມຸ່ງໄປສູ່ເປົ້າໝາຍການຄ້າສອງສົ້ນ ໃຫ້ບັນລຸໄດ້ 100 ຕື້ໂດລາສະຫະລັດໃນປີ 2020.
ທ່ານຮອງລັດຖະມົນຕີ Yoon Soon Gu ກໍ່ຢັ້ງຢືນວ່າ: ສ.ເກົາຫຼີ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ເວົ້າສະເພາະ ແລະ ກັບອາຊຽນ ເວົ້າລວມ, ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ ຂອງທ່ານປະທານາທິບໍດີ ມູນເຈອິນ ແລະ ໃນການພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ທ່ານຮອງລັດຖະມົນຕີ ປາຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນສອງຝ່າຍກັບ ສ. ເກົາຫຼີ ຜ່ານບັນດາກົນໄກຫຼາຍຝ່າຍຄື ອາຊຽນ - ສ.ເກົາຫຼີ, ແມ່ຂອງ - ສ.ເກົາຫຼີ ແລະ ສົມທົບກັບ ສ.ເກົາຫຼີ ໃນບັນດາບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນຳກັນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top