• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ອວຍພອນບຸນປີໃໝ່ລາວ

ຫວຽດນາມ ພວມຕັ້ງໜ້າຈັດຕັ້ງການຜັນຂະຫຍາຍຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃຫ້ປະກົດຜົນເປັນຈິງ, ແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນກ່ວາ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ແລະ ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ (ພາບ: VGP)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງສປປ.ລາວ 2019, ວັນທີ 11 ເມສາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ ໄປອວຍພອນບຸນປີໃໝ່ລາວຢູ່ສະຖານທູດ ລາວ ປະຈຳ ຮ່າໂນ້ຍ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໃຫ້ຮູ້ວ່າ: ຫວຽດນາມ ພວມຕັ້ງໜ້າຈັດຕັ້ງການຜັນຂະຫຍາຍຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃຫ້ປະກົດຜົນເປັນຈິງ, ແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນກ່ວາ, ປາດຖະໜາວ່າ ສະຖານທູດ ລາວ ປະຈຳ ຫວຽດນາມ ຈະເອົາໃຈໃສ່, ຊຸກຍູ້ໄປພ້ອມໆກັນ.

        ສ່ວນທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ ຢືນຢັນວ່າ: ສະຖານທູດ ລາວ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຂອງການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top