• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຢ້ຽມຢາມສະຖານທູດຫວຽດນາມ​ປ​ະ​ຈຳເກຼັກ

ໃນຂອບເຂດການຢ້ຽມຢາມກາເຣັກຢ່າງເປັນທາງການ, ຕອນຄ່ຳວັນທີ 1 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ໄປຢ້ຽມຢາມ ແລະ ພົບປະສັງສັນກັບພະນັກງານສະຖານທູດ, ຜູ້ຕາງໜ້າວົງຄະນະຍາດຊາວຫວຽດນາມອາໄສຢູ່ເກຼັກ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ
ຖ່າຍຮູບນຳພະນັກງານສະຖານທູດຫວຽດນາມປະຈຳເກຼັກ

(ພາບ: An Dang/ TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິງມິນ ສະເໜີໃຫ້ສະຖານທູດ ຄວນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ປະຕິບັດບັນດາວຽກງານກົງສູນ, ວົງຄະນະຍາດ, ຍາມໃດກໍສະຫງວນຄວາມເອົາໃຈໃສ່ອັນເລິກເຊິ່ງເຖິງພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ອາໄສຢູ່ເກັຼກ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ສ້າງວົງຄະນະຍາດໃຫ້ນັບມື້ນັບເປັນປົກກະຕິ, ພັດທະນາ ແລະ ຍາມໃດກໍອວ່າຍໜ້າເມືອຫາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິງມິນ ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິງມິນ ສະແດງຄວາມເຊື່ອໝັ້ນຕໍ່ກຸ່ມມິດຕະພາບເກຼັກ - ຫວຽດນາມ ຈະສືບຕໍ່ໜູນຊ່ວຍສະຖານທູດພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ດ້ວຍບັນດາການພົວພັນຮ່ວມມືທີ່ມີມາແຕ່ດົນນານ, ພ້ອມກັນມີຜົນປະໂຫຍດໃນທຸກຂົງເຂດລະຫວ່າງຫວຽດນາມ ແລະ ເກຼັກ.

 (ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top