• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເຮັດວຽກກັບການນຳຫຼັກແຫຼ່ງແຂວງບັກກ້ານ


ທ່ານ ​ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ
​ງານ​ຂອງ​ລັດ​ຖະ​ບານ​ມີ​ການ​ເຮັດ​ວຽກ​ກັບ​ການ​ ນຳຫຼັກ​ແຫຼ່ງ​ແຂວງ​ບັກ​ກ້ານ
      ຕອນ​ບ່າຍ​ວັນ​ທີ 29/12, ທ່ານ ​ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ບັກ​ກ້ານ​ກ່ຽວ​ກັບ​ສະ​ພາບ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປີ 2016, ໜ້າ​ທີ​ມາດ​ຕະ​ການ​ຕົ້ນ​ຕໍແມ່ນພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປີ 2017. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖີງ, ແຂວງ​ຄວນ​​ເອົາ​ໃຈ​ໃສ່ເປັນພິ​ເສດ​ເຖິງ​ການຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ໃນ​ວຽກ​ງານ​ປູກ ແລະ ປົກ​ປັກ​ຮັກ​ສາ​ປ່າ. ຍູ້​ແຮງ​ການພັດ​ທະ​ນາ​​ດ້ານການ​ຄ້າ, ​ການບໍ​ລິ​ການ​ທ່ອງ​ທ່ຽວ​ຈຸດ​​ສຸນ​ແມ່ນ​ພັດ​ທະ​ນາ​ການທ່ອງ​ທ່ຽວ​ໜອງ ບາ​ເບ, ກ້າວ​ໄປ​ເຖິງ​​ວາງແຜນ​ຜັງ​ເປັນ​ເຂດ​ທ່ອງ​ທ່ຽວ​​ແຫ່ງຊາດ. ທ່ານ ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖີງ, ບັກ​ກ້ານ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​​ປະ​ຕິ​ວັດ, ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ອອກ​ແຮງ​ແຂ່ງ​ຂັນ​ເຮັດ​ວຽກ, ຮ່ຳ​ຮຽນ, ອອກແຮງ​ງານທຳ​ການ​ຜະ​ລິດ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​​ໃຫ້ນັບ​ມື້​ນັບ​ມີ​ສະ​ຖຽນ​ລະ​ພາບ, ໝັ້ນ​ຄົງ.
        ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕາງ​ໜ້າ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ​ປະ​ດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜື່ງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ບັກ​ກ້ານ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຄືນ​ໃໝ່​ຄົບ​ຮອບ 20 ປີ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top