• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບຄະນະຜູ້ແທນວິສາຫະກິດຝລັ່ງ

ຕອນບ່າຍວັນທີ 03 ພະຈິກ, ທີ່ການຕ້ອນຮັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດສະຫະສະມາຄົມວິສາຫະກິດຝລັ່ງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ຢືນຢັນວ່າ


ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບຄະນະຜູ້ແທນວິສາຫະກິດຝລັ່ງ

(ພາບ: VGP)

 

ເລື່ອງວິສາຫະກິດແຖວໜ້າຫຼາຍແຫ່ງຂອງຝລັ່ງ ມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນຢູ່ຫວຽດນາມ ແມ່ນກາລະໂອກາດເພື່ອໃຫ້ 2 ຝ່າຍຮັບຟັງຄຳເຫັນຂອງກັນ, ພ້ອມກັນຊຸກຍູ້ການຮ່ວມມື, ລົງທຶນຂອງຫວຽດນາມ - ຝລັ່ງ ໃຫ້ເພີ່ມຂຶ້ນສູງກວ່າອີກ. ຄະນະຜູ້ແທນຂອງເກືອບ 50 ວິສາຫະກິດ, ນັກທຸລະກິດແຖວໜ້າຂອງຝລັ່ງ ນຳໂດຍທ່ານ Thierry Mathou, ຫົວໜ້າກົມອາຊີ, ກະຊວງການຕ່າງປະເທດຝລັ່ງ ເປັນຫົວໜ້າຄະນະ, ໄດ້ໄປຊອກຮູ້ກາລະໂອກາດລົງທຶນຢູ່ຫວຽດນາມ, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe. ທ່ານ Thierry Mathou ຖືວ່າ, ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ຝ່າຍຍັງສາມາດພັດທະນາໃຫ້ດີກວ່າອີກ ແລະ ເຊື່ອໝັ້ນວ່າ ຝລັ່ງ ມີບົດຮຽນໃນບັນດາຂົງເຂດຕ້ານສິນຄ້າປອມ, ຊັບສິນທາງປັນຍາ, ສາທາລະນະສຸກ, ການພັດທະນາເຕັກໂນໂລຊີດິຈີຕອນ, ຕົວເມືອງອັດສະລິຍະຢ່າງພຽງພໍ ເພື່ອຮ່ວມມື, ລົງທຶນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top