• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າບຣຸໄນ

      ຕອນເຊົ້າວັນທີ 09 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ການຄ້າບຣຸໄນ ຜູ້ທີ 2  Lim Jock Seng ເນື່ອງໃນໂອກາດສັບປະດາຂັ້ນສູງ APEC ຢູ່ດ່ານັ້ງ.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ພົບປະກັບ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າບຣຸໄນ
(ພາບ: TTXVN)
      ທີ່ການພົບປະ, ລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງໝາກຜົນກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມື 2 ຝ່າຍຫວຽດນາມ - ບຣຸໄນ ເຊິ່ງດຳເນີນເມື່ອເດືອນກຸມພາ 2017 ຢູ່ຮ່າໂນ້ຍ ແລະ ເຫັນດີນຳກັນວ່າ ຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຢູ່ບຣຸໄນ ເຊິ່ງຈະດຳເນີນໃນປີ 2018. 2 ຝ່າຍຢືນຢັນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອນຳບັນດາຂົງເຂດຮ່ວມມືເຂົ້າສູ່ລວງເລິກ, ໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ, ການສຶກສາ… 2 ຝ່າຍກໍ່ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນຄື: ອາຊຽນ, APEC, ASEM, ສະຫະປະຊາຊາດ. ທ່ານລັດຖະມົນຕີ Lim Jock Seng ຕີລາຄາສູງບັນດາຂໍ້ລິເລີ່ມ, ຄວາມມານະພະຍາຍາມຂອງຫວຽດນາມ ໃນການຈັດຕັ້ງສັບປະດາຂັ້ນສູງ APEC 2017 ແລະ ໃຫ້ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມ ປະຕິບັດສຳເລັດບົດບາດເປັນເຈົ້າພາບຈັດຕັ້ງ APEC, ເພື່ອແນໃສ່ຮັບປະກັນໃຫ້ APEC 2017 ບັນລຸຜົນສຳເລັດ ກໍຄືຍົກສູງຖານະບົດບາດ, ທີ່ຕັ້ງຂອງ APEC ເພື່ອສັນຕິພາບ, ຄວາມວັດທະນາຖາວອນ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top