• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຈິງດິ່ງຢຸງຕ້ອນຮັບຮອງປະທານທະນາຄານ AIIB

ວັນທີ 11 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB) Joachim von Amsberg.


ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ຕ້ອນຮັບ

ທ່ານຮອງປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ Joachim von Amsberg

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ຢືນຢັນວ່າ,  ຫວຽດນາມ ໃຫ້ຄຳໝັ້ນສັນຍາເປັນສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີອິດທິພົນຊື່ສຽງ ແລະ ມີການປະກອບສ່ວນໃຫ້ແກ່ການເຄື່ອນໄຫວຢ່າງມີປະສິດທິຜົນຂອງ AIIB. ບົນພື້ນຖານນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ສະເໜີໃຫ້ AIIB ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ອົງການທີ່ມີໜ້າທີ່ຂອງຫວຽດນາມ ເພື່ອເປັນເອກະພາບກັນໃນການໜູນຊ່ວຍດ້ານທຶນຮອນໃຫ້ບັນດາໂຄງການພື້ນຖານໂຄງລ່າງລະອຽດ; ມີກົນໄກໜູນຊ່ວຍການລະດົມທຶນອຸປະຖຳ ແລະ ບັນດາການໜູນຊ່ວຍດ້ານເຕັກນິກອື່ນເພື່ອເພີ່ມລັກສະນະບຸລິມະສິດຂອງແຫຼ່ງທຶນ AIIB ໃຫ້ແກ່ຫວຽດນາມ.

        ສ່ວນທ່ານ Joachim von Amsberg ຮອງປະທານທະນາຄານ AIIB ໃຫ້ຮູ້ວ່າ, ໃນຕໍ່ໜ້າ AIIB ສາມາດໜູນຊ່ວຍເພື່ອຕີລາຄາ, ສ້າງກອບກົດໝາຍກ່ຽວກັບການລົງທຶນ PPP ໃຫ້ສົມບູນແບບ, ຈາກນັ້ນອາດຈະພິຈາລະນາໃຫ້ກູ້ຍືມສຳລັບບັນດາໂຄງການນີ້ເພື່ອຊຸກຍູ້ການພັດທະນາບັນດາໂຄງການພື້ນຖານໂຄງລ່າງ.

 (ແຫຼ່ງຄັດຈາກ VOV)


ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top