• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ​າ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ຈະ​ຊ້ອມ​ຮົບ​ຮ່ວມ“Freedom Edge” ຄັ້ງ​ທຳ​ອິດ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Shin Won-sik ພ້ອມກັບຄູ່ຮ່ວມຕຳແໜ່ງ ທ່ານ Lloyd Austin (ອາເມລິກາ )ແລະ ທ່ານ Minoru Kihara (ຍີ່ປຸ່ນ) ໄດ້ເຫັນດີເປັນເອກະພາບຈະເລີ່ມຕົ້ນການຊ້ອມຮົບຮ່ວມສາມຝ່າຍ ທີ່ມີຊື່ວ່າ “Freedom Edge” ໃນລະດູຮ້ອນປີນ.
ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ (ພາບ: TTXVN)

ວັນທີ 2 ມິຖຸນາ, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ມີການພົບປະ ເພື່ອປຶກສາຫາລື  ບັນດາມາດຕະການເພີ່ມທະວີການຮ່ວມມືຄວາມໝັ້ນຄົງສາມຝ່າຍ, ໃນນັ້ນ ສຸມໃສ່ເຂົ້າການເປີດກວ້າງຂອບເຂດການຊ້ອມຮົບຮ່ວມໃນປີນີ້. ການພົບປະກັນໄດ້ດຳເນີນຢູ່ນອກການສົນທະນາ Shangri-La ຄັ້ງທີ 21 ທີ່ພວມດຳເນີນຢູ່ ສິງກະໂປ ໃນລະຫວ່າງວັນທີ 31 ພຶດສະພາ ຫາວັນທີ 2 ມິຖຸນາ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Shin Won-sik ພ້ອມກັບຄູ່ຮ່ວມຕຳແໜ່ງ ທ່ານ Lloyd Austin  (ອາເມລິກາ )ແລະ ທ່ານ Minoru Kihara (ຍີ່ປຸ່ນ) ໄດ້ເຫັນດີເປັນເອກະພາບຈະເລີ່ມຕົ້ນການຊ້ອມຮົບຮ່ວມສາມຝ່າຍ ທີ່ມີຊື່ວ່າ “Freedom Edge” ໃນລະດູຮ້ອນປີນີ້, ໃນນັ້ນ “Freedom” ແມ່ນຄຳສັບທຳອິດໃນການຊ້ອມຮົບຮ່ວມສອງຝ່າຍ “Freedom Shield” ລະຫວ່າງ ອາເມລິກາ ແລະ ສ.ເກົາລີ, ສ່ວນ “Edge” ແມ່ນຄຳສຸດທ້າຍໃນການຊ້ອມຮົບຮ່ວມ “Keen Edge” ລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ວັນທີ 19 ກໍລະກົດ ແມ່ນຄົບຮອບ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ໄລຍະຜ່ານມາ, ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ສະມາຊິກພັກ ຍັງມີຄວາມອາໄລອາວອນ, ເຄົາລົບນັບຖືການນຳຜູ້ດີເລີດຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງປະເທດຊາດ.

Top