• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການອະນາໄມໂລກ ຕີລາຄາສູງກໍາລັງຄວາມສາມາດຂອງຫວຽດນາມໃນການແຍກເຊື້ອໄວຣັດສາຍພັນໃໝ່ໂຄໂຣນາ

      ການແຍກເຊື້ອ ແລະ ປູກເຊື້ອໄວຣັດ nCoV ໄດ້ສໍາເລັດຜົນ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການວິໄຈບັນດາກໍລະນີຕິດເຊື້ອ ຫຼື ຖືກສົງໄສວ່າຕິດເຊື້ອໄວຣັດ nCoV ໄດ້ຢ່າງວ່ອງໄວ.
        ຕອນບ່າຍວັນທີ 7 ກຸມພາ, ທ່ານປະລິຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບກໍາລັງ, ຄວາມສາມາດຂອງຫວຽດນາມ ໃນການແຍກເຊື້ອ ແລະ ປູກ ເຊື້ອໄວຣັດ nCoV ໄດ້ສໍາເລັດຜົນ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການວິໄຈບັນດາກໍລະນີຕິດເຊື້ອ ຫຼື ຖືກສົງໄສວ່າຕິດເຊື້ອໄວຣັດ nCoV ໄດ້ຢ່າງວ່ອງໄວ. ທ່ານປະລິນຍາເອກ Kidong Park ໃຫ້ຮູ້ວ່າ ອົງການອະນາໄມໂລກ ຮັບຮູ້ ແລະ ຕີລາຄາສູງກໍາລັງຄວາມສາມາດຂອງສະຖາບັນອະນາໄມກັນໂລກລະບາດສູນກາງໃນການແຍກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່. ຫວຽດນາມ ມີລະບົບຫ້ອງທົດລອງດີທີ່ສຸດສໍາລັບບັນດາພະຍາດຕິດຕໍ່.
        ເລື່ອງແຍກເຊື້ອໄວຣັດສາຍພັນໃໝ່ ຈະແມ່ນປະຖົມປັດໄຈໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ ວັກຊິນປ້ອງກັນ, ຕ້ານໄວຣັດປະເພດດັ່ງກ່າວໃນອະນາຄົດ; ພ້ອມທັງມຸ່ງໄປເຖິງການກໍ່ສ້າງບັນດາຮູບຈໍາລອງສັດລ້ຽງໃນຫ້ອງທົດລອງ ເພື່ອໃຫ້ຂະແໜງສາທາລະນະສຸກມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບໄວຣັດ.
        ກ່ຽວຂ້ອງເຖິງໂລກລະບາດດັ່ງກ່າວ, ວັນທີ 8 ກຸມພາ, ຈີນ ໃຫ້ຮູ້ວ່າ ຈໍານວນຜູ້ເສຍຊີວິດຍ້ອນເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ໄດ້ເພີ່ມຂຶ້ນເປັນ 717 ຄົນແລ້ວ, ລື່ນກາຍຈໍານວນຜູ້ເສຍຊີວິດຍ້ອນໂລກ SARS ທີ່ເກີດຂຶ້ນຢູ່ຈີນ ແລະ ເຂດປົກຄອງພິເສດ ຮົ່ງກົງ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top