• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ແຈ້ງ​ແຜນ​ການ​ກະ​ກຽມ​ຮ່ວມ​ເອ​ກະ​ສານ​ຂໍ້​ຕົ​ກ​ລົງ​ນິວ​ເຄຼຍ ມີ​ຄວາມ​ເປັນ​ໄປ​ໄດ້​ກັບ ອາ​ເມ​ລິ​ກາ

ວັນທີ 20 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ໃຫ້ຮູ້ວ່າປະເທດ ສາທາລະນະລັດ ອິດສະລາມ ນີ້ມີແຜນການຍົກອອກຮ່າງຂໍ້ຕົກລົງນິວເຄຼຍ ກັບ ອາເມລິກາໃນ 2 – 3 ວັນຈະມາເຖິງ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ພາບ: Tatyana Makeyeva/Pool via REUTERS)
ຕາມທ່ານແລ້ວ, ຮ່າງເອກະສານນີ້ ພາຍຫຼັງບັນດາການນຳອີຣານ ໃຫ້ສັດຕະຍາບັນຈະໄດ້ສົ່ງໄປຍັງທ່ານ Steve Witkoff ທູດພິເສດຂອງ ປະທານາທິບໍດີ ອາເມລິກາ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ ໄດ້ກຳນົດເວລາໃຫ້ອີຣານ ຕ້ອງບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍໃນໄລຍະເວລາ ແຕ່ 10 – 15 ວັນ, ຖ້າບໍ່ບັນລຸໄດ້ ບັນດາສິ່ງທີ່ຊົ່ວຮ້າຍຢ່າງແທ້ຈິງຈະເກີດຂຶ້ນ. ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ມີການເຈລະຈາທາງໂທລະສັບສະເພາະກັບບັນດາຄູ່ຮ່ວມມືເອີລົບ ແລະ ລັດເຊຍກ່ຽວກັບບັນດາການຜັນແປຫຼ້າສຸດກ່ຽວກັບການເຈລະຈານິວເຄຼຍຄັ້ງຕ່າງໆ ລະຫວ່າງ Tehran ແລະ Washington. ໃນການເຈລະຈາທາງໂທລະສັບກັບ ຄູ່ຮ່ວມຕຳແໜ່ງທ່ານ Sergey Lavrov,ສອງຝ່າຍໄດ້ປຶກສາຫາລື ສະພາບການໃນປັດຈຸບັນ ຂອງໂຄງການນິວເຄຼຍອີຣານ, ໃນນັ້ນມີການພິຈາລະນາໝາກຜົນຂອງການພົບປະທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ ທີ່ໄດ້ຈັດຂຶ້ນຢູ່ ເຊີແນວ (ສະວິດ)”.

(ແຫຼ່ງຄັດຈາກ VOV)

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.

Top