• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຢູ ປຶກ​ສາ​ຫາ​ຫລື​​​ຄຳສະ​ເໜ​ີ​ໃໝ່ທີ່​ກ່ຽວ​ຂ້ອງ​ເຖິງ​​ລາ​ຄາ​ເພ​ດານ​ຂອງ​ນ້ຳ​ມັນ​ອາຍ​ແກັດ

ອີຢູ ຈະປຶກສາຫາລືກ່ຽວກັບຄຳສະເໜີໃໝ່ທີ່ກ່ຽວຂ້ອງເຖິງລາຄາເພດານຂອງນ້ຳມັນອາຍແກັດ ກ່ອນທີ່ຈະດຳເນີນກອງປະຊຸມວິສາມັນບັນດາລັດຖະມົນຕີພະລັງງານຂອງກຸ່ມ ໃນວັນທີ 13 ທັນວາ ຈະມາເຖິງ.
  ບໍ່ນ້ຳມັນອາຍແກັດ Bovanenkovo ຢູ່ເກາະ Yamal, ລັດເຊຍ (ພາບ: AFP/TTXVN)  

ວັນທີ 9 ທັນວາ, ສຳນັກຂ່າວສານ CTK ຂອງ ສ.ເຊັກໂກ, ປະເທດປະທານໝູນວຽນ ສະຫະພາບເອີຣົບ (ອີຢູ), ໃຫ້ຮູ້ວ່າ ອີຢູ ຈະປຶກສາຫາລືກ່ຽວກັບຄຳສະເໜີໃໝ່ທີ່ກ່ຽວຂ້ອງເຖິງລາຄາເພດານຂອງນ້ຳມັນອາຍແກັດ ກ່ອນທີ່ຈະດຳເນີນກອງປະຊຸມວິສາມັນບັນດາລັດຖະມົນຕີພະລັງງານຂອງກຸ່ມ ໃນວັນທີ 13 ທັນວາ ຈະມາເຖິງ. ຕາມຄຳສະເໜີຫຼ້າສຸດຂອງ ເຊັກໂກ, ລະດັບລາຄາເພດານຂອງນ້ຳມັນອາຍແກັດ ຈະແມ່ນ 220 ເອີໂຣ/MWh, ແທນໃຫ້ 275 ເອີໂຣ/MWh ຄືດັ່ງ ຄະນະກຳມະການເອີຣົບ ໄດ້ຄາດຄະເນກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ຂໍ້ສະເໜີຂອງ ເຊັກໂກ ບໍ່ໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກ ອີຢູ ທັງໝົດ ແລະ ພວມໄດ້ປັບປຸງຄືນໃໝ່.

ໃນວັນດຽວກັນ, 26 ປະເທດ ອີຢູ ອື່ນ ກໍໄດ້ສົ່ງໃບສະເໜີປະນີປະນອມກ່ຽວກັບລາຄາເພດານ, ເຊິ່ງໄດ້ຮັບຖືວ່າ ຈະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບາງປະເທດທີ່ຄັດຄ້ານ. ບັນດາແຫຼ່ງຂ່າວທາງການທູດໃຫ້ຮູ້ວ່າ ຄຳສະເໜີລວມນີ້ ໄດ້ຮັບການຕີລາຄາວ່າ ຍອມຮັບໄດ້ຢ່າງງ່າຍກວ່າ ແຕ່ກໍບໍ່ແນ່ນອນວ່າຈະໄດ້ຮັບການຍອມຮັບຈາກລັດຖະມົນຕີພະລັງງານຂອງບັນດາປະເທດສະມາຊິກ ອີຢູ ຫຼືບໍ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top