• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ - Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.
ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມ (ພາບ: REUTERS/Cesar Olmedo)

ວັນທີ 17 ມັງກອນ, ຢູ່ ປາຣາກວາຍ, ສະຫະພາບ ເອີລົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ Ursula von der Leyen, ປະທານ ອີຊີ ຖືວ່າ ໃນສະພາບການໂລກທີ່ພວມປະເຊີນໜ້າກັບການຜັນແປຫຼາຍຢ່າງ ແລະ ທ່າອ່ຽງແບ່ງແຍກເພີ່ມຂຶ້ນ, ຂໍ້ຕົກລົງນີ້ສະແດງໃຫ້ເຫັນຍຸດທະສາດຂອງ ອີຢູ ແລະ Mercosur ໃນການເພີ່ມທະວີການຮ່ວມມື, ປັບປຸງລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ. ທາງດ້ານເສດຖະກິດ, ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ - Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.

(ແຫຼ່ງຄັດຈາກ VOV)

ດົ່ງ​ທາບ ສ້າງຄືນ​ໂຄງ​ປະ​ກອບ​ ກຸ່ມ​ກຳ​ປັ່ນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳຕາມ​ທິດ​ຍືນ​ຍົງ

ດົ່ງ​ທາບ ສ້າງຄືນ​ໂຄງ​ປະ​ກອບ​ ກຸ່ມ​ກຳ​ປັ່ນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳຕາມ​ທິດ​ຍືນ​ຍົງ

ເປົ້າໝາຍຂອງແຜນຮ່າງແມ່ນຫັນປ່ຽນບັນດາອາຊີບຂຸດຄົ້ນທີ່ມີຜົນກະທົບໃຫຍ່ຕໍ່ແຫຼ່ງຜົນປະໂຫຍດສິນໃນນ້ຳ, ສິ່ງແວດລ້ອມ ແລະ ລະບົບຊີວະນາໆພັນ ໄປເປັນບັນດາອາຊີບຂຸດຄົ້ນທີ່ເປັນມິດ ແລະ ຍືນຍົງກວ່າ

Top