ຂ່າວສານ
ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

ພາບປະກອບ
ເມື່ອແບ່ງປັນທີ່ການປະຊຸມ, ທ່ານ ຕະຮ່ວາງລິງ - ຫົວໜ້າກົມທະວີບ ເອີຣົບ, ທະວີບອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ພາຍຫລັງມີຂ່າວຄາວກ່ຽວກັບບາງຄູ່ຮ່ວມມືຂອງ ເອີຣົບ ແລະ ອາເມລິກາ ປະກາດຢຸດຕິການນຳເຂົ້າສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບ, ທາງກົມໄດ້ເຮັດວຽກກັບຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ປະຈຳ ຫວຽດນາມ ແລະ ສະຖານທູດ ອາເມລິກາ. ເພື່ອເຮັດແຈ້ງເລື່ອງ ລັດຖະບານ ອາເມລິກາ ພວມນຳໃຊ້ ນະໂຍບາຍຢຸດຕິການນຳເຂົ້າຊົ່ວຄາວບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ຢັ້ງຢືນວ່າ:
“ຂ້າພະເຈົ້າຢັ້ງຢືນວ່າ ຂໍ້ມູນດັ່ງກ່າວແມ່ນບໍ່ຖືກຕ້ອງ. ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຕິດຕໍ່, ແລກປ່ຽນກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ໄດ້ຮັບຮູ້ຢ່າງເປັນທາງການວ່າ: ລັດຖະບານ ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິຊົ່ວຄາວການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ.”
(ແຫຼ່ງຄັດຈາກ VOV)