• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ເຫັນດີຜັນຂະຫຍາຍຄະນະປະຕິບັດງານຕິດຕາມກວດກາດ່ານຊາຍແດນ Rafah ຄືນໃຫມ່

ອີຢູ ສ້າງຕັ້ງຄະນະປະຕິບັດງານພົນລະເຮືອນໃນປີ 2005 ເພື່ອຊ່ວຍຕິດຕາມກວດກາດ່ານຊາຍແດນ Rafah, ແຕ່ຄະນະປະຕິບັດງານນີ້ ຖືກຢຸດຕິໃນປີ 2007 ພາຍຫລັງຂະບວນການອິດສະລາມ ຮາມາດສ ຄວມຄຸມເຂດ ກາຊາ.
ດ່ານ ຊາຍແດນ Rafah ລະຫວ່າງເຂດ ກາຊາ ແລະເອຢິບ. (ພາບ:THX/TTXVN)

ວັນທີ 27 ມັງກອນ, ສະຫະພາບເອີລົບ (ອີຢູ) ໄດ້ເຫັນດີຜັນຂະຫຍາຍຄະນະປະຕິບັດງານຕິດຕາມກວດກາດ່ານຊາຍແດນ Rafah ລະຫວ່າງເຂດ ກາຊາ ແລະ ເອຢິບ ຄືນໃຫມ່ ຄືດັ່ງສ່ວນຫນຶ່ງໃນຄວາມມານະພະຍາຍາມປັບປຸງຂໍ້ຕົກລົງຢຸດຍິງ ລະຫວ່າງ ອິດສະຣາແອນ ແລະ ຮາມາດສ. ອີຢູ ສ້າງຕັ້ງຄະນະປະຕິບັດງານພົນລະເຮືອນໃນປີ 2005 ເພື່ອຊ່ວຍຕິດຕາມກວດກາດ່ານຊາຍແດນ Rafah, ແຕ່ຄະນະປະຕິບັດງານນີ້ ຖືກຢຸດຕິໃນປີ 2007 ພາຍຫລັງຂະບວນການອິດສະລາມ ຮາມາດສ ຄວມຄຸມເຂດ ກາຊາ.

ຜູ້ຕາງຫນ້າຂັ້ນສູງຮັບຜິດຊອບດ້ານຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດຂອງອີຢູ, ທ່ານນາງ Kaja Kallas, ໃຫ້ຮູ້ວ່າ: ບັນດາທ່ານລັດຖະມົນຕີການຕ່າງປະເທດ ອີຢູ ໄດ້ເຫັນດີຜັນຂະຫຍາຍຄະນະປະຕິບັດງານດັ່ງກ່າວຄືນໃຫມ່. ຕາມທ່ານນາງແລ້ວ, ຄະນະປະຕິບັດງານຕິດຕາມກວດກາຢູ່ ດ່ານຊາຍແດນ Rafah ອາດຈະສວມບົດບາດສຳຄັນໃນການຫນູນຊ່ວຍຄຳສັ່ງຢຸດຍິງຢູ່ ເຂດ ກາຊາ. ຄະນະປະຕິບັດງານ ຈະເລີ່ມເຮັດວຽກແຕ່ເດືອນ ກຸມພາ ປີ 2015. ສິ່ງນີ້ ຈະອະນຸຍາດໃຫ້ຜູ້ຮັບບາດເຈັບຈຳນວນຫນຶ່ງອອກຈາກ ເຂດກາຊາ ເພື່ອໄດ້ຮັບການປິ່ນປົວ.

ດ່ານຊາຍແດນ Rafah ຖືກປິດປະຕູໃນເດືອນ ພຶດສະພາປີ 2024ເມື່ອກອງທັບ ອິດສະຣາແອນ ຄວບຄຸມດ່ານຊາຍແດນນີ້ ທາງທິດເຂດກາຊາ.

(ແຫຼ່ງຄັດຈາກ VOV)

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ.

Top