• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ຮຽກຮ້ອງບັນດາປະເທດສະມາຊິກ ສະໜັບສະໜູນແຜນການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19

      ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະໜັບສະໜູນແຜນງົບປະມານ ແລະ ບ້ວງເງິນຟື້ນຟູເສດຖະກິດ ລວມມູນຄ່າ 1.800 ຕື້ ເອີໂຣ ເພື່ອແນໃສ່ໜູນຊ່ວຍບັນດາປະເທດສະມາຊິກທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. 

ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງ ສະຫະພາບເອີຣົບ(ພາບ:TTXVN) 
      ວັນທີ 18 ພະຈິກ, ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະໜັບສະໜູນແຜນງົບປະມານ ແລະ ບ້ວງເງິນຟື້ນຟູເສດຖະກິດ ລວມມູນຄ່າ 1.800 ຕື້ ເອີໂຣ ເພື່ອແນໃສ່ໜູນຊ່ວຍບັນດາປະເທດສະມາຊິກທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ທ່ານ Paolo Gentiloni ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງທີ່ ຮຸງກາຣີ ແລະ ໂປໂລ່ຍ ໄດ້ປະຕິເສດຕໍ່ແຜນງົບປະມານດັ່ງກ່າວ.
        ກ່ອນໜ້ານັ້ນ, ທັງການນຳ ຮຸງກາຣີ ແລະ ໂປໂລ່ຍລັງ ລ້ວນແຕ່ຝາກຈົດໝາຍເຖິງ ໄປຍັງ ເຢຍລະມັນ - ເຊິ່ງເປັນປະເທດປະທານ ໝູນວຽນ ອີຢູ  ພ້ອມດ້ວຍການນຳບັນດາປະເທດອື່ນ ຂອງ ອີຢູ, ໂດຍກ່າວເຕືອນວ່າຈະຢັບຢັ້ງແຜນງົບປະມານຂອງ ອີຢູ ຖ້າຫາກວ່າ ການປ່ອຍເງິນໃຫ້ບັນດາປະເທດສະມາຊິກ ໄດ້ກ່ຽວພັນກັບຂໍ້ກຳນົດປະຕິບັດຫຼັກການອຳນາດນິຕິບັນຍັດ. ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ສະໂລວາເນຍ Janez Jansa ກໍໄດ້ສະແດງການສະໜັບສະໜູນຕໍ່ທັດສະນະດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)
 
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top