• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ບໍ່ຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ

ວັນທີ 15 ກັນຍາ ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ຈະບໍ່ຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ ສຳລັບ 5 ປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ ນັ້ນແມ່ນ ໂປໂລຍ, ບຸນກາຣີ, ຮຸງກາຣີ, ໂຣມານີ ແລະສະໂລວາກີ.
ພາບປະກອບ.Reuters

ຖະແຫລງການຂອງຄະນະກຳມະການເອີລົບ ເນັ້ນຫນັກຢ່າງແຮງວ່າ ຍ້ອນມີການເຄື່ອນໄຫວປະສານງານ ແລະບັນດາມາດຕະການຊົ່ວຄາວ ທີ່ໄດ້ຍົກອອກມາແຕ່ວັນທີ 2 ພຶດສະພາປີ 2023, ບັນດາຂໍ້ຂາດຕົກບົກຜ່ອງສຳລັບຕະຫລາດຜະລິດຕະພັນກະເສດຢູ່ 5 ປະເທດສະມາຊິກໃກ້ກັບ ຢູແກຼນ ແມ່ນບໍ່ມີແລ້ວ.

ສະຫະພາບເອີລົບ ກໍ່ໄດ້ສ້າງບັນດາສາຍທາງບົກແທນທີ່ ຊື່ງໄດ້ເອີ້ນວ່າ ສາຍທາງສາມັກຄີ ເພື່ອໃຫ້ ຢູແກຼນ ນຳໃຊ້ສົ່ງອອກທັນຍາພືດພາຍຫລັງ ລັດເຊຍ ຖອນອອກຈາກຂໍ້ຕົກລົງທັນຍາພືດຢູ່ ທະເລດຳ ໂດຍ ສປຊ ເປັນອົງການໄກ່ເກ່ຍໃນເດືອນກໍລະກົດ. EC ໄດ້ເຫັນດີຕໍ່ບັນດາມາfຕະການປະຈຸບັນ ຊື່ງຈະໝົດຜົນສັກສດິດໃນວັນທີ 15 ກັນຍາ. ອີຢູ ຈະບໍ່ຈັດວາງບໍ່ວ່າຂໍ້ຈຳກັດໃດ ເວັ້ນເສຍແຕ່ບັນດາມາດຕະການຂອງ ຢູແກຼນ ໄດ້ນຳໃຊ້ ແລະ ເສີມຂະຫຍາຍຢ່າງຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ.

Top