• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນ​ເດຍ ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມືຫຼັກ​ແຫຼ່ງ​ໃນ​ນະ​ໂຍ​ບາຍ​ການ​ກະ​ທຳ​ມຸ່ງ​ໄປ​​ສູ່ທິດ​ຕ​າ​ເວັນ​ອອກ

ໃນລະຫວ່າງວັນທີ 7 – 10 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ອິນເດຍ Rajnath Singh ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.
  ການເຈລະຈາລະຫວ່າງ ກະຊວງການປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອິນເດຍ (ພາບ: baoquocte.vn)   

ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Rajnath Singh. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ Rajnath Singh ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອິນເດຍ ແລະ ອິນເດຍຖືຫວຽດນາມແມ່ນຄູ່ຮ່ວມມືຫຼັກແຫຼ່ງໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ.

ເມື່ອແລກປ່ຽນກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບເພີ່ມທະວີ ຊຸກຍູ້ການຮ່ວມມື, ຜັນຂະຫຍາຍເອກະສານ, ຂໍ້ຕົກລົງໄດ້ຮັບການລົງນາມ, ໃນນັ້ນສຸມໃສ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ຮັກສາ, ຍົກສູງປະສິດທິຜົນບັນດາກົນໄກ ສົນທະນາ, ປຶກສາຫາລື, ພົບປະແລກປ່ຽນເປັນຕົ້ນແມ່ນກົນໄກ ສົນທະນານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ…

ກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບລະດັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ,ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນໂດຍໄວ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມຖະແຫຼງການວິໄສທັດລວມກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ຮອດປີ 2030 ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການໜູນຊ່ວຍດ້ານພະລາທິການລະຫວ່າງ ກະຊວງປ້ອງກັນປະເທດ ສອງປະເທດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top