• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ມີແຜນການ ຍ້າຍນະຄອນຫຼວງ ອອກຈາກ Jakarta

      ຮອດປີ 2050, ສ່ວນໃຫຍ່ນະຄອນນີ້ ອາດຈະຖືກຈົມໃຕ້ນໍ້າຢ່າງສິ້ນເຊີງ
            ອິນໂດເນເຊຍ ມີແຜນການຍ້າຍ ນະຄອນຫຼວງ ອອກຈາກ Jakarta, ເຖິງຢ່່າງໃດກໍຕາມ ກໍ່ບໍ່ໄດ້ບອກໃຫ້ຮູ້ສະຖານທີ່ລະອຽດ. ນີ້ແມ່ນການຕັດສິນອັນສໍາຄັນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Widodo ພາຍຫຼັງການປ່ອນບັດເລືອກຕັ້ງ. ເຖິງຢ່າງໃດກໍຕາມ ສື່ມວນຊົນ ປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ ໜຶ່ງໃນບັນດາສະຖານທີ່ສະເໜີແຖວໜ້າ ແມ່ນ Palangkaraya ເຊິ່ງເປັນນະຄອນຕັ້ງຢູ່ໃນເກາະ Borneo ເຂດໃຈກາງຂອງ ອິນໂດເນເຊຍ.
            ອິນໂດເນເຊຍ ໄດ້ຍົກອອກແນວຄວາມຄິດ ຍ້າຍນະຄອນຫຼວງ ມາເປັນຫຼາຍຄັ້ງແລ້ວ ນັບແຕ່ເມື່ອປະເທດຍາດໄດ້ເອກະລາດໃນປີ 1945. ປີ 2016, ຜົນຂອງການສໍາຫຼວດໃຫ້ຮູ້ວ່າ ນະຄອນຫຼວງ Jakarta ຕ້ອງປະເຊີນໜ້າກັບບັນຫາລົດຕິດຢ່າງຮ້າຍແຮງທີ່ສຸດໃນໂລກ. ບັນດານັກຄົ້ນຄວ້າໃຫ້ຮູ້ວ່າ ຮອດປີ 2050, ສ່ວນໃຫຍ່ນະຄອນນີ້ ອາດຈະຖືກຈົມໃຕ້ນໍ້າຢ່າງສິ້ນເຊີງ.  ສາເຫດຕົ້ນຕໍຂອງບັນຫານີ້ ແມ່ນຍ້ອນການເຄື່ອນໄຫວຂຸດຄົ້ນນໍ້າບາດານ ຮັບໃຊ້ ຊີວິດປະຈໍາວັນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ເມ​ລິ​ກາ: ຫວຽດ​ນາມ ແມ່ນ​​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ

ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ເມ​ລິ​ກາ: ຫວຽດ​ນາມ ແມ່ນ​​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ John Neuffer ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຄູ່ຮ່ວມມື ຫວຽດນາມ - ອາເມລິກາ ໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນໃຫຍ່ຫຼວງທີ່ສຸດ

Top