• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນເດຍຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມຢູ່ທະເລຕາເວັນອອກ

2 ຝ່າຍໄດ້ຢືນຢັນຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ, ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີ ແລະ ຄວາມໝັ້ນຄົງໃນການເດີນທະເລ.

(2 ຝ່າຍໄດ້ເຫັນດີຕໍ່ບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອິນເດຍ)

ທ່ານລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມ ຢູ່ທະເລຕາເວັນອອກ ແລະ ຢືນຢັນຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ ໃນການພົບປະ 2 ຝ່າຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໃນວັນທີ 02 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52, ຢູ່ບາງກອກ, ປະເທດໄທ.

        2 ຝ່າຍໄດ້ເຫັນດີຕໍ່ບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອິນເດຍ, ເພີ່ມທະວີບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ…

        ອິນເດຍ ປາດຖະໜາຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມ ຢູ່ທະເລຕາເວັນອອກ. 2 ຝ່າຍໄດ້ຢືນຢັນຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ, ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີ ແລະ ຄວາມໝັ້ນຄົງໃນການເດີນທະເລ, ແກ້ໄຂບັນດາບັນຫາບົນທະເລໂດຍສັນຕິວິທີ ເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດບັງກລາເທດ Abdul Momen.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top