• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອຳ​ນາດ​ການ​ປົກ​ຄອງປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖື​ເປັນ​ສຳ​ຄັນ​​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ

ຕອນຄ່ຳວັນທີ 7 ກຸມພາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ມີການໂອ້ລົມທາງໂທລະດັບກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ (ພາບ: TTXVN)

ທ່ານລັດຖະມົນຕີ ຟານວັນຢາງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຍຸດທະສາດແຖວໜ້າ. ທ່ານລັດຖະມົນຕີເນັ້ນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະຜ່ານມາແມ່ນຈຸດພົ້ນເດັ່ນໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ດ້ວຍເລື່ອງ ອາເມລິກາ ສືບຕໍ່ໃຫ້ຄຳໝັ້ນສັນຍາລະດົມແຫຼ່ງກຳລັງແກ້ໄຂມົນລະພິດ ດີໂອຊິນ ຢູ່ເຂດສະໜາມບິນບຽນຮ່ວາ, ໜູນຊ່ວຍຄົນພິການ, ແກ້ໄຂລູກລະເບີດຍັງບໍ່ທັນແຕກ, ຊອກຫາ ແລະ ທ້ອນໂຮມອັດຖີນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ກໍ່ຄືເລື່ອງສອງຝ່າຍຮ່ວມມືຊອກຫານາຍທະຫານ ອາເມລິການ ຫາຍຊາບສູນໃນສົງຄາມມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການປະລະອະດີດຕະການ, ມຸ່ງໄປສູ່ອະນາຄົດ. ທ່ານລັດຖະມົນຕີ ຟານວັນຢາງ ໄດ້ສະແດງຄວາມປາດຖະໜາຢາກກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ບັນດາກົນໄກທາບທາມຄຳເຫັນ, ປຶກສາຫາລື, ໂອ້ລົມສົນທະນາທີ່ມີຢູ່ແລ້ວ.

ສ່ວນທ່ານລັດຖະມົນຕີ Pete Hegseth ຢັ້ງຢືນວ່າ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ ຖືເປັນສຳຄັນ ແລະ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ, ທ່ານປາດຖະໜາວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ເວົ້າລວມ ແລະ ການຮ່ວມມືຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະຢ່າງແຮງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ອວຍພອນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ດັກລັກ

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ອວຍພອນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ດັກລັກ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບັນດາບັນຫາໃຫຍ່ທີ່ທ້ອງຖິ່ນຕ້ອງເອົາໃຈໃສ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ

Top