ສື່ມວນຊົນຝ່າຍຕາເວັນຕົກໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ໂຈະຊົ່ວຄາວການມອບໂອນອາວຸດທີ່ສຳຄັນໃຫ້ແກ່ ຢູແກຼນ, ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາໃນສະໄໝອຳນາດການປົກຄອງທ່ານອະດີດປະທານາທິບໍດີ Joe Biden, ຍ້ອນມີຄວາມວິຕົກກັງວົນກ່ຽວກັບລະບົບການສະສົມດ້ານປ້ອງກັນຊາດຢູ່ພາຍໃນປະເທດ.
ທ່ານນາງ Anna Kelly ຮອງເລຂາການຂ່າວຂອງທຳນຽບຂາວ ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ໄດ້ຍົກອອກມາເພື່ອແນໃສ່ຮັບປະກັນຜົນປະໂຫຍດໃນຕໍ່ໜ້າໃຫ້ແກ່ປະເທດ ອາເມລິກາ, ພາຍຫຼັງທີ່ກະຊວງປ້ອງກັນປະເທດດຳເນີນການສຳຫຼວດກວດຄືນຢ່າງຮອບດ້ານການໜູນຊ່ວຍດ້ານການທະຫານ ແລະ ການຊ່ວຍເຫຼືອດ້ານປ້ອງກັນຊາດໃຫ້ແກ່ບັນດາປະເທດໃນທົ່ວໂລກ.
ໃນຂໍ້ຄວາມສົ່ງທາງ ອີແມວ, ທຳນຽບ 5 ແຈ ໃຫ້ຮູ້ວ່າ ພວມຍື່ນສະເໜີຕໍ່ທ່ານປະທານາທິບໍດີ Donald Trump ບັນດາແບບວິທີເພື່ອສືບຕໍ່ຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ, ທີ່ເໝາະສົມກັບເປົ້າໝາຍຢຸດຕິການປະທະກັນຢູ່ ຢູແກຼນ. ປັດຈຸບັນ, ອາເມລິກາ ຍັງບໍ່ທັນປະກາດນະໂຍບາຍຊ່ວຍເຫຼືອດ້ານການທະຫານໃໝ່ໃດໆ.