• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ-ລັດ​ເຊຍ ຕີ​ລາ​ຄາ​ຕັ້ງ​ໜ້າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ

ທ່ານ Dmitriev ກໍ່ໄດ້ພັນລະນາການພົບປະກັບຄະນະຜູ້ແທນ ອາເມລິກາ ແມ່ນ “ມີລັກສະນະສ້າງສັນ...

ວັນທີ 31 ມັງກອນ, ວົງການເຈົ້າໜ້າທີ່ ອາເມລິກາ-ລັດເຊຍ ໄດ້ຍົກອອກການຕີລາຄາທີ່ຕັ້ງໜ້າ ກ່ຽວກັບການເຈລະຈາສອງຝ່າຍຢູ່ນະຄອນ Miami, ລັດ Florida, ໃນວັນດຽວກັນ, ໃນຂອບເຂດບັນດາຄວາມມານະພະຍາຍາມໂດຍ ວໍຊິງຕັນ ເປັນກາງໄກ່ເກ່ຍ ແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ. ການພົບປະມີການເຂົ້າຮ່ວມຂອງທ່ານ Steve Witkoff, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ , ທ່ານ Josh Gruenbaum ທີ່ປຶກສາຂັ້ນສູງທຳນຽບຂາວ ແລະ ທ່ານ Jared Kushner - ລູກເຂີຍຂອງທ່ານປະທານາທິບໍດີ Donald Trump. ຝ່າຍ ລັດເຊຍ ນຳໂດຍທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານາທິບໍດີ, ຜູ້ຮັບຜິດຊອບການຮ່ວມມືເສດຖະກິດສາກົນ ທັງເປັນຜູ້ອຳນວຍການກອງທຶນລົງທຶນໂດຍກົງ ລັດເຊຍ (RDIF),  ນຳໜ້າ.

  ໃນບົດເອົາລົງສື່ສັງຄົມອອນໄລ X ພາຍຫຼັງການປະຊຸມ, ທ່ານ Witkoff ໃຫ້ຮູ້ວ່າ: ສອງຝ່າຍໄດ້ດຳເນີນບັນດາການປຶກສາຫາລືທີ່ມີ “ປະສິດທິຜົນ ແລະ ມີລັກສະນະສ້າງສັນ”, ຖືວ່າ: ນີ້ແມ່ນສ່ວນໜຶ່ງໃນຄວາມານະພະຍາຍາມໄກ່ເກ່ຍຂອງ ອາເມລິກາ ແນໃສ່ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ.

ສ່ວນທ່ານ Dmitriev ກໍ່ໄດ້ພັນລະນາການພົບປະກັບຄະນະຜູ້ແທນ ອາເມລິກາ ແມ່ນ “ມີລັກສະນະສ້າງສັນ”, ທ່ານຍັງໃຫ້ຮູ້ວ່າ: ສອງຝ່າຍໄດ້ປຶກສາຫາລືທີ່ມີປະສິດທິຜົນບໍ່ພຽງແຕ່ກ່ຽວກັບບັນຫາ ຢູແກຼນ

(ແຫຼ່ງຄັດຈາກ VOV)

ຊາຍແດນພຽງແຕ່ຢູ່ໃນແຜນທີ່: ນ້ຳໃຈມິດຕະພາບລະຫວ່າງໄວໜຸ່ມ ຫວຽດນາມ - ໄທ ແມ່ນມາຈາກຫົວໃຈ

ຊາຍແດນພຽງແຕ່ຢູ່ໃນແຜນທີ່: ນ້ຳໃຈມິດຕະພາບລະຫວ່າງໄວໜຸ່ມ ຫວຽດນາມ - ໄທ ແມ່ນມາຈາກຫົວໃຈ

ນ້ຳໃຈມິດຕະພາບບໍ່ພຽງແຕ່ໄດ້ເພີ່ມພູນຄູນສ້າງຢູ່ຂັ້ນລັດເທົ່ານັ້ນ, ຫາກຍັງໄດ້ຫຼໍ່ລ້ຽງຈາກການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນຈາກລຸ້ນໜຸ່ມ.

Top