• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ສືບ​ຕໍ່​ຢູ່​ອັນ​ດັບ​ຕົ້ນ​ໆ​ຂອງ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ​ປີ 2023

ອາເມລິກາ, ລັດເຊຍ, ຈີນ ສືບຕໍ່ແມ່ນ 3 ປະເທດ ນຳໜ້າໃນຕາຕະລາງຈັດອັນດັບ 10 ປະເທດ ທີ່ມີກຳລັງແຮງດ້ານການທະຫານແຖວໜ້າໂລກ ປີ 2023 ໂດຍອົງການໄຈ້ແຍກດ້ານປ້ອງກັນຊາດ Global Firepower ໄດ້ປະກາດໃນວັນທີ 23 ພະຈິກ.
ລົດຖັງ T-90M ຂອງລັດເຊຍ (ພາບປະກອບ: Armyrecognition.com)

ຕາຕະລາງຈັດອັນດັບກຳລັງແຮງດ້ານການທະຫານປີ 2023 ຂອງ Global Firepower ໄດ້ປະເມີນຕີລາຄາ 145 ປະເທດ ໂດຍອີງໃສ່ກວ່າ 60 ປັດໄຈ ເປັນຕົ້ນແມ່ນ ຈຳນວນພົນທະຫານ, ຍຸດໂທປະກອນ, ຄວາມສະຖຽນລະພາບດ້ານການເງິນ, ທີ່ຕັ້ງພູມີສາດ ແລະ ແຫຼ່ງກຳລັງທີ່ພວມມີຢູ່.

ຕາມອົງການດັ່ງກ່າວແລ້ວ, ຢືນອັນດັບ 1 ຂອງ ຕາຕະລາງ ແມ່ນປະເທດ ອາເມລິກາ ດ້ວຍງົບປະມານໃຊ້ຈ່າຍໃຫ້ແກ່ການທະຫານຂຶ້ນເຖິງ 877 ຕື້ USD. ປະເທດນີ້ ມີເຮືອບິນ 13.300 ລຳ ແລະ ຈຳນວນພົນທະຫານຂຶ້ນເຖິງ 1.832.000 ຄົນ.

ຢືນອັນດັບທີ 2 ແມ່ນ ລັດເຊຍ, ດ້ວຍງົບປະມານໃຊ້ຈ່າຍໃຫ້ແກ່ການທະຫານບັນລຸ 864 ຕື້ USD. ປັດຈຸບັນ, ລັດເຊຍ ມີທະຫານທັງໝົດ 1.330.900 ຄົນ ແລະ ມີເຕັກໂນໂລຢີທີ່ກ້າວໜ້າ ແລະ ກຳລັງທະຫານໄດ້ຮັບການຝຶກຊ້ອມຢ່າງມີແບບມີແຜນ ພ້ອມທັງມີຜົນສະທ້ອນເຖິງຍຸດທະສາດຂອງທົ່ວໂລກ.

ຢູ່ອັນດັບທີ 3 ແມ່ນ ຈີນ ດ້ວຍລະດັບງົບປະມານໃຊ້ຈ່າຍແກ່ການທະຫານ 292 ຕື້ USD. ຈີນ ມີທະຫານທັງໝົດ 3.135.000 ຄົນ, ມີເຮືອບິນ 3.166 ລຳ ແລະ ລົດຖັງ 4.950 ຄັນ.

ບັນດາອັນດັບຕໍ່ໄປໃນຕາຕະລາງ ແມ່ນ ອິນເດຍ, ອັງກິດ, ສ.ເກົາຫຼີ, ປາກິດສະຖານ, ຍີ່ປຸ່ນ, ຝລັ່ງ ແລະ ອີຕາລີ ຕາມລຳດັບ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top