• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຟະ​ລິ​ກາ​ໃຕ້ ຖື​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວໜ້າຂອງ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ອາຟະລິກາໃຕ້ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຈະສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງຮອງລັດຖະມົນຕີກະຊວງການຕ່າງະເທດ ອາຟະລິກໃຕ້ Candith Mashego –Dlamini ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ຫວູວັນຢຸງ ພ້ອມດ້ວຍພັນລະຍາ ໃນວັນທີ 27 ມັງກອນ, ເນື່່ອງໃນໂອກາດທ່ານເອກອັກຄະລັດຖະທູດເຂົ້າຢ້ຽມອໍາລາ ສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ປະເທດນີ້.

ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ຫວູວັນຢຸງ (ພາບ: TTXVN)

  ກ່າວຄໍາເຫັນນະທີ່ນີ້, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງະເທດ ອາຟະລິກໃຕ້ Candith Mashego – Dlamini ຢັ້ງຢືນວ່າ ອາຟະລິກາໃຕ້ ຖືການພັດທະນາການພົວພັນກັບຫວຽດນາມ ເປັນສໍາຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມປະຕິບັດບັນດາຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດໃຫ້ມີປະສິດທິຜົນ, ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ... ໃຫ້ເລິກເຊິ່ງຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວູວັນຢຸງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການເພີ່ມທະວີການພົວພັນກັບ ອາຟະລິກາໃຕ້ ເປັນສໍາຄັນ ເຊ່ິ່ງເປັນປະເທດທໍາອິດ ແລະ ໜຶ່ງດຽວຢູ່ ອາຟະລິກາ ທີ່ຫວຽດນາມສ້າງຕັ້ງການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ”.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top