• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາ​ດ Covid – 19

ຕອນບ່າຍວັນທີ 24 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກອງປະຊຸມປຶກສາຫາລືທາງອອນລາຍ ຂອງລັດຖະມົນຕີເສດຖະກິດ ອາຊຽນ ກັບສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ (ASEAN BAC) ໄດ້ດຳເນີນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຂອງສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ.

ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: qdnd.vn

ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງ ສະພາການດຳເນີນທຸລະກິດ ອາຊຽນ ແລະ ຖືວ່າ ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດແມ່ນຈຳເປັນທີ່ສຸດ ບໍ່ພຽງແຕ່ໃນວຽກງານຮັບມືກັບ Covid -19 ເທົ່ານັ້ນ ຫາກຍັງເປັນການສົ່ງເສີມການເຊື່ອມໂຍງເສດຖະກິດພາຍໃນອາຊຽນກໍ່ຄືລະຫວ່າງອາຊຽນແລະບັນດາປະເທດຄູ່ຮ່ວມມື, ເປັນຕົ້ນແມ່ນຕໍ່ໜ້າບັນດາສິ່ງທ້າທາຍຂອງຍຸກສະໄໝໃໝ່. ບັນດາ ລັດຖະມົນຕີ ໄດ້ສະເໜີໃຫ້ປະຊາຄົມວິສາຫະກິດອາຊຽນ ສົມທົບກັບລັດຖະບານຢ່າງແໜ້ນແຟ້ນກວ່າເກົ່າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ ຍົກອອກໃນແຜນການເຄື່ອນໄຫວຮ່າໂນ້ຍ ແລະ ແຜນການເຄື່ອນໄຫວໂດຍອາຊຽນ ແລະ ບັນດາຄູ່ຮ່ວມມືຕ່າງປະເທດຢູ່ນອກກຸ່ມທີ່ໄດ້ ຮັບຮອງເອົາຈາກ ຍີ່ປຸ່ນ ແລະ  ບັນດາຄູ່ຮ່ວມມື ອາຊຽນ +3 ເພື່ອປ້ອງກັນ, ສະກັດກັ້ນ ແລະ ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກ ໂລກລະບາດ Covid -19 ໃນພາກພື້ນແລະ ປັບປຸງລະບົບສະໜອງໃນພາກພື້ນ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໃນພາກພື້ນພາຍຫລັງໂລກລະບາດ Covid – 19.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top