• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ແລະ ຈີນ ຮ່ວມ​ມື​ກັນ​ໃນ​ການ​ປ​ະ​ພຶດ​​ຕໍ່​ຊາວ​ປະ​ມົງ ຢ່າງ​ຍຸ​ຕິ​ທຳ ແລະ ມະ​ນຸດ​ສະ​ທຳ

ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງ “ກອງປະຊຸມສຳມະນາ ອາຊຽນ - ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືກັນໃນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະ ມະນຸດສະທຳ” ດ້ວຍຮູບການທາງອອນລາຍ.
ເຂົ້າຮ່ວມກອງປະຊຸມສຳມະນາ ມີເຈົ້າໜ້າທີ່, ນັກຄົ້ນຄວ້າ ແລະ ນັກຊ່ຽວຊານດ້ານນິຕິກຳ, ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ແລະ ຈີນ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສັງຄົມ, ສະຖາບັນຄົ້ນຄວ້າຂອງ ຫວຽດນາມ ແລະ ບາງອົງການຈັດຕັ້ງສາກົນ.

ກອງປະຊຸມສຳມະນາ ອາຊຽນ - ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືກັນໃນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະ ມະນຸດສະທຳ (ພາບ: baoquocte.vn)

ຜູ້ແທນບັນດາປະເທດ ອາຊຽນ ໄດ້ແບ່ງປັນວ່າ ການເຄື່ອນໄຫວຈັບຫາປາເກືອບທັງໝົດຂອງປະເທດຕົນແມ່ນມີຂອບຂະໜາດນ້ອຍ, ເຕັກໂນໂລຢີຫຼ້າຫຼັງ, ດັ່ງນັ້ນ ຕ້ອງການມີການຊ່ວຍເຫຼືອຍາວນານ. ກ່ຽວກັບກອບນິຕິກຳ, ທີ່ກອງປະຊຸມດັ່ງກ່າວກໍໄດ້ຮັບຮູ້ຂໍ້ກຳນົດກ່ຽວກັບການຮັບປະກັນຄວາມປອດໄພດ້ານຊີວິດອິນຊີ, ການປະພຶດມະນຸດສະທຳຕໍ່ຊາວປະມົງທີ່ໄດ້ລະບຸໃນຂໍ້ຕົກລົງ, ສັນຍາຫຼາຍສະບັບ ກໍຄື ທຳນຽມສາກົນ. ຜູ້ແທນຫຼາຍທ່ານຖືວ່າ ຕ້ອງມີວິທີການສຳຜັດແບບກວມລວມກວ່າໃນຂົງເຂດຮັບປະກັນຄວາມປອດໄພ, ຊີວິດອິນຊີ ແລະ ການປະພຶດຕໍ່ຊາວປະມົງ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍໄດ້ຮັບຟັງໝາກຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະຂອງບາງອົງການຈັດຕັ້ງໃນພາກພື້ນ ກ່ຽວກັບຄວາມອາດສາມາດ, ມາດຕະການຊຸກຍູ້ການຮ່ວມມື ກ່ຽວກັບການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະ ມະນຸດສະທຳ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top